ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານລາວ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງລະຫວ່າງລາວ ແລະຫວຽດນາມ ໃນໄລຍະຜ່ານມາ ເຊັ່ນ: ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງ; ການພັດທະນາຊັບພະຍາກອນມະນຸດ ແລະຍົກສູງທັກສະວິຊາຊີບໃຫ້ລາວ; ການຖ່າຍທອດເຕັກໂນໂລຢີ, ການເຊື່ອມຕໍ່ວິສາຫະກິດ; ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ ຄັ້ງທີ 1 ຄະນະກໍາມະການຮ່ວມມືເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນຝ່າຍຫວຽດນາມ, ທ່ານລັດຖະມົນຕີ ຮວິ່ງແທ່ງດາດ ເນັ້ນໜັກວ່າ, ການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະສິດຄິດສ້າງຍາມໃດກໍ່ໄດ້ຮັບການຮັກສາ ແລະມີບາດກ້າວພັດທະນາເຂົ້າສູ່ເນື້ອແທ້ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ດີກວ່າອີກ. ກອງປະຊຸມ ຄັ້ງທີ 1 ຄະນະກໍາມະການຮ່ວມມືເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງຫວຽດນາມ - ລາວ ຈະຂີດໝາຍບາດກ້າວພັດທະນາໃໝ່ໃນການຮ່ວມມືດ້ານເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງຂອງສອງປະເທດເວົ້າລວມ ແລະການພົວພັນລະຫວ່າງ ສອງກະຊວງເວົ້າສະເພາະ.

ທ່ານລັດຖະມົນຕີ ຮວິ່ງແທ່ງດາດ ຢືນຢັນວ່າ: ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງກັບລາວ ເພື່ອຮັບປະກັນໃຫ້ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງກາຍເປັນປັດໄຈແກ່ນສານ ແລະເສົາຄ້ຳໃຫ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງການຮ່ວມມືໄລຍະ 2024-2026 ເຊິ່ງລວມມີ: ກໍ່ສ້າງລະບອບລະບຽບການ ແລະກອບນິຕິກໍາ; ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ; ຄົ້ນຄວ້າ, ພັດທະນາ, ນຳໃຊ້, ຖ່າຍທອດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດຄິດສ້າງ; ພັດທະນາຊັບພະຍາກອນມະນຸດ, ຍົກສຸງຄວາມສາມາດຂອງຖັນແຖວນັກຄຸ້ມຄອງ; ...

ໂດຍ: ທະນາພອນ