ເສດຖີອິນເດຍ Narayana Murthy, ຜູ້ຮ່ວມສ້າງຕັ້ງ Infosys Technologies, ຜູ້ທີ່ໄດ້ຂະໜານນາມວ່າ ແມ່ນ “Bill Gates ຂອງອິນເດຍ” ໄດ້ມາຫວຽດນາມ ໃນລະຫວ່າງວັນທີ 19-23 ພຶດສະພາ. ເຫດການພົບປະ ແລະແບ່ງປັນຂໍ້ມູນຢູ່ເຂດອຸດສາຫະກໍາສູງຮວ່າລາກ ໃນວັນທີ 20 ພຶດສະພາຂອງທ່ານ Narayana Murthy ດ້ວຍຜູ້ເຂົ້າຮວ່ມກວ່າ 300 ຄົນ, ຕົ້ນຕໍແມ່ນວົງການເຕັກໂນໂລຢີຂໍ້ມູນຫວຽດນາມ. ທີ່ເຫດການມີການເຂົ້າຮ່ວມຂອງທ່ານ ບຸ່ຍຮວ່າງເຝືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ.

leftcenterrightdel
ທ່ານ ບຸ່ຍຮວ່າງເຝືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ພວມເຕີບໂຕໃນລະດັບ 15-20%/ປີ. ພາບ: congthuong.vn

ຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດ AI

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ບຸ່ຍຮວ່າງເຝືອງ ໃຫ້ຮູ້ວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອິນເດຍ ຍາມໃດກໍ່ຍືນຍົງ ແລະພັດທະນາອັນດີງາມໃນຕະຫຼອດ 50 ປີຜ່ານມາ. ພິເສດ, ໃນສະພາບການປະຈຸບັນ, ເຕັກໂນໂລຢີມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ແງ່ຫວັງພັດທະນາລະຫວ່າງສອງປະເທດນັບມື້ນັບໃຫຍ່ຫຼວງ, ພິເສດແມ່ນຂົງເຂດພູມປັນຍາທຽມ (AI), ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ...

ທີ່ຫວຽດນາມ, ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີດີຈີຕອນ ພວມມີການພັດທະນາຢ່າງກະໂດດຂັ້ນ, 10 ປີຜ່ານມາລ່ວນແຕ່ມີການເຕີບໂຕ 15-20%, ກຸ່ມບໍລິສັດໃຫຍ່ຕ່າງປະເທດຫຼາຍແຫ່ງກໍ່ເຂົ້າຮ່ວມຢູ່ຫວຽດນາມ, ຄື: ຊາມຊູງ, LG. ຫວຽດນາມ ກໍ່ມີບັນດາກຸ່ມບໍລິສັດໃຫຍ່ທີ່ມີກໍາລັງແກ່ງແຍ້ງຕ່າງປະເທດ, ຄື: FPT, VNPT...

leftcenterrightdel
ເສດຖີ Narayana Murthy ໃນການໂອ້ລົມກັບວົງການເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ ຢູ່ເຂດອຸດສາຫະກໍາສູງຮວ່າລາກ. ພາບ: congthuong.vn

ຕາມທ່ານ ບຸ່ຍຮວ່າງເຝືອງ ແລ້ວ ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ນະໂຍບາຍຢ່າງຂະຫຍັນຂັນເຄື່ອນ ແລະມີລັກສະນະປະດິດສ້າງ, ຄື: ນະໂຍບາຍພັດທະນາເຂດອຸດສາຫະກໍາເຕັກໂນໂລຢີລວມສູນ. ນັບແຕ່ປີ 2001 ມາຮອດປະຈຸບັນ, ຫວຽດນາມ ມີ 8 ເຂດອຸດສາຫະກໍາເຕັກໂນໂລຢີລວມສູນ, ດ້ວຍ 1.000 ກວ່າວິສາຫະກິດເຄື່ອນໄຫວ.

ນອກຈາກນັ້ນ, ລັດຖະບານກໍ່ໄດ້ປະກາດໃຊ້ນະໂຍບາຍບຸລິມະສິດຫຼາຍຢ່າງໃນຂົງເຂດການເຄື່ອນໄຫວຜະລິດຊອັບແວ, ໜູນຊ່ວຍວິສາຫະກິດ FDI ຢູ່ຫວຽດນາມ. ຄຽງຂ້າງນັ້ນ, ຍັງມີຫຼາຍຍຸດທະສາດ, ຄື: ນະໂຍບາຍພັດທະນາ AI ຮອດປີ 2030, ເປົ້າໝາຍເຮັດໃຫ້ AI ເປັນຂົງເຂດສຳຄັນຂອງຫວຽດນາມ.

ໃນໄລຍະຈະມາເຖິງ, ລັດຖະບານ ຈະສືບຕໍ່ປະກາດໃຊ້ຫຼາຍກົນໄກນະໂຍບາຍໜູນຊ່ວຍ. ເຊັ່ນວ່າ ເດືອນ ມິຖຸນາ ຈະມາເຖິງນີ້, ລັດຖະບານຈະປະກາດໃຊ້ແຜນຮ່າງພັດທະນາຊັບພະຍາກອນມະນຸດເຄິ່ງຊັກນໍາໄຟຟ້າຮອດປີ 2030 ແລະຍື່ນສະເຫນີຕໍ່ສະພາແຫ່ງຊາດ ໂດຍຄາດຫວັງວ່າໃນປີ 2025 ຈະປະກາດໃຊ້ກົດໝາຍວ່າດ້ວຍອຸດສາຫະກໍາເຕັກໂນໂລຢີດີຈີຕອນ ເພື່ອແນໃສ່ຊຸກຍູ້ຂົງເຂດນີ້.

leftcenterrightdel
ທ່ານ ເຈືອງຢາບິ່ງ, ປະທານສະພາບໍລິຫານ FPT (ເບື້ອງຊ້າຍ) ເປັນປະທານການແລກປ່ຽນກັບເສດຖີຄົນອິນເດຍ. ພາບ: congthuong.vn

ເຕັກໂນໂລຢີຂໍ້ມູນຂ່າວສານ ແລະເຕັກໂນໂລຢີດີຈີຕອນ ໄດ້ຮັບຖືວ່າ ເປັນກໍາລັງຜະລິດຕະພັນໃໝ່, ປະກອບສ່ວນເຂົ້າໃນການຫັນປະເທດເປັນທັນສະໄໝ. ທ່ານຮອງລັດຖະມົນຕີ ບຸ່ຍຮວ່າງເຝືອງ ຫວັງວ່າ ທ່ານ Murthy ດ້ວຍຄວາມຮູ້ ແລະວິໄສທັດຈະແບ່ງປັນກັບປະຊາຄົມຊາວຫວຽດນາມ ກ່ຽວກັບວິທີການຄຸ້ມຄອງ, ການບໍລິຫານ, ທ່າອ່ຽງເຕັກໂນໂລຢີໃໝ່, ທ່າອ່ຽງເພື່ອພັດທະນາເສດຖະກິດໃຫ້ປະເທດຊາດ.

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ເນັ້ນໜັກວ່າຫວຽດນາມ ຍິນດີຕ້ອນຮັບນັກທຸລະກິດ ແລະກຸ່ມບໍລິສັດໃຫຍ່ມາຢ້ຽມຢາມ ແລະລົງທຶນຢູ່ຫວຽດນາມ. ການປະກົດຕົວຂອງທ່ານ Murthy ໄດ້ຢືນຢັນຄວາມສົນໃຈ, ຖານະບົດບາດຂອງຫວຽດນາມ ຕໍ່ໜ້າເພື່ອນມິດສາກົນ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດອິນເດຍ ແລະບັນດາປະເທດມີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າ, ເຊື່ອມຕໍ່ຫວຽດນາມ ກັບອິນເດຍ ແລະໃນໂລກ. ການນຳກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຕີລາຄາສູງຕໍ່ການເປັນເຈົ້າການຂອງ FPT ໃນການດຶງດູດບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າມາຫວຽດນາມ.

ຫຼາຍປະເທດ ຕ້ອງຮຽນຮູ້ການປະດິດສ້າງຂອງຊາວຫວຽດນາມ

ທ່ານ N.R. Narayana Murthy, ຜູ້ຮ່ວມກໍ່ຕັ້ງຂອງ Infosys ໃຫ້ຮູ້ວ່າ ທ່ານເອງມີຄວາມເຄົາລົບຕໍ່ຄວາມກ້າຫານ, ດຸໝັ່ນຂະຫຍັນພຽນ, ມີລະບຽບວິໄນກໍ່ຄືຄວາມທະເຍີທະຍານຂອງຊາວຫວຽດນາມ ຫຼາຍລຸ້ນຄົນ. ທ່ານ ເຊື່ອໝັ້ນວ່າ ຫຼາຍປະເທດໃນໂລກຕ້ອງຮຽນເອົາການປະດິດຄິດສ້າງຂອງຊາວຫວຽດນາມ.

ເສດຖີຄົນອິນເດຍ ເວົ້າເຖິງອະນາຄົດຂອງຫວຽດນາມ ໃນ 20-25 ປີຈະມາເຖິງນີ້ວ່າ: “ອີກບໍ່ດົນຫວຽດນາມ ຈະກາຍເປັນໜຶ່ງໃນບັນດາປະເທດພັດທະນາແຖວໜ້າຢູ່ອາຊີ ແລະມີການເຕີບໂຕໄວໃນໂລກ, ນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ປະຊາຊົນໄວກວ່າຫຼາຍປະເທດໃນອາຊີ. ຂ້າພະເຈົ້າ ບໍ່ມີຄວາມສົງໄສຫຍັງຕໍ່ການພັດທະນາຂອງຫວຽດນາມ ໃນອະນາຄົດ”.

ທ່ານ Murthy ເວົ້າວ່າ: "ຂ້າພະເຈົ້າ ກໍາໄດ້ໂອກາດ ແລະເລີ່ມລົງມືປະຕິບັດໃຫ້ແກ່ທຸລະກິດຂອງຕົນ”, ທ່ານ ໃຫ້ຮູ້ວ່າ “ສຳລັບຕົນເອງແລ້ວ, ຕອນນັ້ນເງິນບໍ່ສຳຄັນປານໃດ. ອຸດົມການຊີວິດຂອງຕົນໃນເວລານັ້ນແມ່ນພິສູດການເຄື່ອນໄຫວດໍາເນີນທຸລະກິດໄດ້ວ່າ ສາມາດສ້າງປະລິມານວຽກງານໃຫຍ່ທີ່ສໍາຄັນແນວໃດ. ນັ້ນແມ່ນສິ່ງທີ່ຕົນເອງຢາກພິສູດໃຫ້ແກ່ການປະກອບສ່ວນຂອງອິນເດຍ. ແກ້ໄຂຄວາມອຶດຫິວທຸກຍາກ, ນັ້ນແມ່ນຄວາມຝັນ ແລະຄວາມທະເຍີທະຍານຂອງຕົນ”.

ທີ່ການໂອ້ລົມ, ຕາມທ່ານ Murthy ແລ້ວ, ຍ້ອນຄວາມເຄົາລົບຈາກຕົວລູກຄ້າເອງທີ່ຈະຊ່ວຍໃຫ້ວິສາຫະກິດບັນລຸກໍາໄລ 100%, ຍ້ອນຄວາມເຊື່ອໝັ້ນຈາກລູກຄ້າ, ບໍລິສັດຈະດຶງດູດພະນັກງານຈາກວິສາຫະກິດອື່ນໆ. ຢາກລົງທຶນໄລຍະຍາວ, ວິສາຫະກິດຕ້ອງບັນລຸໄດ້ສິ່ງນີ້.

leftcenterrightdel
 ທ່ານ Narayana Murthy ໄປຢ້ຽມຢາມເຂດອຸດສາຫະກຳສູງຮວ່າລາກ. ພາບ: congthuong.vn

ທ່ານ Narayana Murthy ຖືວ່າ ເຕັກໂນໂລຢີຂໍ້ມູນຂ່າວສານແມ່ນຂົງເຂດທີ່ມີຄວາມຕ້ອງການຢ່າງມະຫາສານ. ຄວາມຕ້ອງການກ່ຽວກັບເຕັກໂນໂລຢີຍາມໃດກໍ່ຍ້ອນເຕັກໂນໂລຢີຊີປ່ຽນແປງຢູ່ເລື້ອຍໆ, ເຄື່ອນທີ່ຢ່າງບໍໍ່ຢຸດຢັ້ງ.

ນັກທຸລະກິດອິນເດຍ ຖືວ່າ ບໍລິສັດບໍລິການເຕັກໂນໂລຢີຊອັບແວ  ຕ້ອງສ້າງຄຸນຄ່າທີ່ແຕກຕ່າງກັນສໍາລັບລູກຄ້າ. ແຕ່ລະບໍລິສັດຕ້ອງມີລະບົບຂໍ້ມູນບັນລຸມາດຖານເພື່ອຄວາມເພິ່ງພໍໃຈຂອງຄູ່ຮ່ວມມື. ນັ້ນກໍ່ແມ່ນທ່າແຮງມີແຕ່ວິສາຫະກິດເຕັກໂນໂລຢີຈຶ່ງເຮັດໄດ້. ນອກຈາກນັ້ນ, ເລື່ອງສຸມໃສ່ຮໍ່າຮຽນຈາກຄູ່ແຂ່ງ, ບັນດາພື້ນຖານວັດທະນະທໍາ, ກຽມພ້ອມປ່ຽນແປງແນວຄວາມຄິດ, ຄວາມເພີ່ງພໍໃຈກໍ່ຈະນຳເອົາຄວາມສໍາເລັດມາໃຫ້. ຄຽງຂ້າງນັ້ນ, ການຈັດຕັ້ງເກືອບທັງໝົດເມື່ອມີວິສາຫະກິດດີຈີຕອນ, ນຳເອົາແຫຼ່ງລາຍຮັບມາໃຫ້ຫຼາຍກວ່າກໍ່ຕ້ອງເອົາໃຈໃສ່ຄວບຄຸມຄ່າໃຊ້ຈ່າຍ, ສ້າງວຽກເຮັດງານທໍາ, ມີແຫຼ່ງກໍາລັງເພື່ອເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານ. ວິສາຫະກິດກໍ່ຕ້ອງເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງພະລັງງານສີຂຽວ, ຈໍາກັດມົນລະພິດສິ່ງແວດລ້ອມ...

ໂດຍ: ໄຊນີດາ