ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ມີທີ່ຕັ້ງສຳຄັນໃນການພົວພັນ ຫວຽດນາມ-ບຸນກາຣີ ແລະສາຍພົວພັນນີ້ນັບມື້ນັບພັດທະນາຜ່ານແຕ່ລະປີ. ເຖິງຢ່າງໃດກໍ່ຕາມ, ການພົວພັນດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍເທື່ອ. ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງບຸນກາຣີ ໃນປີ 2023 ພຽງເທົ່າກັບ 0,24% ການນຳເຂົ້າຂອງບຸນກາຣີ, ໃນຂະນະທີ່ການສົ່ງອອກຂອງບຸນກາຣີ ໄປຍັງຫວຽດນາມ ກວມເອົາພຽງແຕ່ 0,018% ວົງເງິນການນຳເຂົ້າຂອງຫວຽດນາມ. ສາຍເຫດຕົ້ນຕໍແມ່ນຍ້ອນຄວາມເຂົ້າໃຈເຊິ່ງກັນ ແລະກັນຂອງວິສາຫະກິດສອງປະເທດຍັງຈໍາກັດຢູ່, ໄລຍະຫ່າງລະຫວ່າງພູມສັນຖານ ແລະໂດຍສະເພາະແມ່ນຄ່າຂົນສົ່ງສູງ. ຕາມນັ້ນແລ້ວ, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມ ແລະ ບຸນກາຣີ ຍັງໃຫຍ່ຫຼວງຢູ່.

leftcenterrightdel
ທ່ານ Petko Nikolov ລັດຖະມົນຕີກະຊວງເສດຖະກິດ ແລະອຸດສາຫະກຳບຸນກາຣີ ຕ້ອນຮັບທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມດ້ວຍຄະນະຜູ້ແທນຂອງກະຊວງອຸດສາຫະກຳ ແລະການຄ້າ ທີ່ພວມຢ້ຽມຢາມ ແລະເຮັດວຽກ ຢູ່ປະເທດບຸນກາຣີ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານລັດຖະມົນຕີ Petko Nikolov ຢືນຢັນວ່າ: ບຸນກາຣີ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ດ້ວຍເປົ້າໝາຍຍົກສູງວົງເງິນການຄ້າສອງຝ່າຍ ແລະສ້າງຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນໃນຂົງເຂດກະສິກຳ, ການຢາ, ຂຸດຄົ້ນແຮ່ທາດ, ພະລັງງານ... ດ້ວຍທີ່ຕັ້ງພູມສາດຂອງຕົນ, ບຸນກາຣີ ພ້ອມແລ້ວທີ່ຈະເປັນປະຕູເພື່ອໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດເອີລົບ.

ໂດຍ: ທູຈາງ