ແທດຈິງ, ລະອຽດ, ສາມາດວັດແທກໄດ້

ນີ້ກໍ່ແມ່ນທິດນຳໃນການປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຂອງ Viettel ສາຂາ ຮ່າໂນ້ຍ ໃນຕະຫຼອດໄລຍະຜ່ານມາ. ໝາຍຄວາມວ່າແມ່ນການຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ ຍາມໃດກໍ່ໃກ້ຊິດຕິດແທດກັບຫົວຂໍ້ ແລະທິດນຳການເຄື່ອນໄຫວຂອງກຸ່ມບໍລິສັດ, ບໍລິສັດໃຫຍ່... ເນື້ອໃນການແຂ່ງຂັນໄດ້ສຸມໃສ່ໜ້າທີ່ການເມືອງຈຸດສຸມ, ວຽກໃໝ່, ວຽກຍາກ ຫຼື ສິ່ງທີ່ຄົງຄ້າງ, ຈໍາກັດແກ່ຍາວຂອງອົງການ, ກົມກອງ.

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນໂທ ຫງວຽນຫງອັກແອັງ, ຜູ້ອໍານວຍການ Viettel ສາຂາ ຮ່າໂນ້ຍ, ໃຫ້ຮູ້ວ່າ: “ແຕ່ລະເດືອນ, ແຕ່ລະໄຕມາດ, ຄະນະຜູ້ອໍານວຍການ, ການນໍາ ແລະພະນັກງານບັນດາອົງການຕ້ອງສະຫຼະເວລາໄປເຖິງຮາກຖານ, ເຮັດວຽກໂດຍກົງກັບກົມກອງ, ກໍາແໜ້ນ, ແນະນໍາ, ໜູນຊ່ວຍການແກ້ໄຂຄວາມຫຍຸ້ງຍາກໃຫ້ຮາກຖານ. ຈາກນັ້ນ, ສ້າງແຜນການ, ສ້າງຂະບວນການແຂ່ງຂັນຕົວຈິງ, ຍົກສູງປະສິດທິຜົນການຜະລິດ, ດໍາເນີນທຸລະກິດ, ພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງສະພາບແວດລ້ອມແຫ່ງການເຮັດວຽກທາງດ້ານວັດທະນະທໍາ, ຕິດພັນກັບກໍາລັງຕ່າງໆ, ປະກອບສ່ວນກໍ່ສ້າງກົມກອງໃຫ້ນັບມື້ນັບເຂັ້ມແຂງ ແລະພັດທະນາແບບຍືນຍົງ”.

leftcenterrightdel
ພະນັກງານ Viettel ສາຂາ ຮ່າໂນ້ຍ ແນະນຳຜະລິດຕະພັນທີ່ກ້າວໜ້າຂອງກົມກອງ. ພາບ: ເຈິ່ນແອັງມີງ

ໄປຮ້ານ Viettel ເມລີງ ຂຶ້ນກັບ Viettel ເມລີງ (ເມລີງ, ຮ່າໂນ້ຍ), ພວກຂ້າພະເຈົ້າ ຖືກດຶງດູດຍ້ອນມີລູກຄ້າເຂົ້າຢ້ຽມຊົມຫຼາຍ ແລະບັນຍາກາດເຮັດວຽກກໍ່ຟົດຟື້ນ. ມີໜ້ອຍຄົນທີ່ຮູ້ວ່າ, ໃນຕົ້ນປີ 2019, ຮ້ານດັ່ງກ່າວໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຄື: ມີລາຍຮັບຕໍ່າຫຼາຍເດືອນຕິດຕໍ່ກັນ; ພາລະກອນໃໝ່, ຍັງບໍ່ທັນກໍາແໜ້ນກ່ຽວກັບໜ້າທີ່ດ້ານວິຊາການ...

ທ່ານນາງ ຫງວຽນຫວຽດທັ໊ງ, ຫົວໜ້າຮ້ານຄ້າ  Viettel ເມລີງ ແບ່ງປັນວ່າ: “ເພື່ອປ່ຽນແປງສະພາບການດັ່ງກ່າວ, ພາຍຫຼັງພິທີສະຫຼຸບວຽກງານຜະລິດ, ດໍາເນີນທຸລະກິດໃນ 6 ເດືອນຕົ້ນປີ 2019, Viettel ສາຂາ ຮ່າໂນ້ຍ ໄດ້ສົ່ງພະນັກງານລົງໄປເພີ່ມຢູ່ຮ້ານຄ້າ; ຕີລາຄາ, ກຳນົດທິດ, ໜູນຊ່ວຍຮ້ານຄ້າໃນການກໍ່ສ້າງລາຍການແຂ່ງຂັນປະຕິບັດຫົວຂໍ້ຂະບວນການແຂ່ງຂັນເດັດຂາດມີໄຊ ຂອງປີ  "ປ່ຽນແປງໃໝ່, ປ່ຽນແປງໃໝ່, ບຸກທະລຸ, ນໍາໜ້າ" ແນໃສ່ຊ່ວຍໃຫ້ຮ້ານຄ້າແກ້ໄຂບັນຫາທີ່ຍັງຄ້າງຄາໄດ້ຢ່າງເຖິງຖອງ”.

ເນື້ອໃນ, ມາດຕະການຂອງລາຍການແຂ່ງຂັນໄດ້ຕີລາຄາຢ່າງຖືກຕ້ອງກັບຂໍ້ຈໍາກັດທີ່ຍັງຄ້າງຄາສະນັ້ນຈຶ່ງຍູ້ແຮງບັນຍາກາດ ແລະຈິດໃຈການແຂ່ງຂັນຢູ່ຮ້ານຄ້າຢ່າງວ່ອງໄວ, ຊຸກຍູ້ພະນັກງານ, ພາລະກອນໃຫ້ມີຄວາມຕັດສິນໃຈສູ້ຊົນ, ພ້ອມກັນສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນມານະພະຍາຍາມ, ຄື: ຮອດທ້າຍປີ 2019, ຮ້ານຄ້າ Viettel ເມລີງ ໄດ້ເພີ່ມຂຶ້ນ 36 ຂັ້ນ, ບືນຕົວຂຶ້ນຢືນອັນດັບທີ 2 ໃນຈໍານວນ 45 ຮ້ານຂອງ Viettel ສາຂາ ຮ່າໂນ້ຍ. ຍ້ອນເຫດນັ້ນ, ແຕ່ປີ 2020 ຈົນມາຮອດປະຈຸບັນ, ຮ້ານຄ້າ Viettel ເມລີງ ສືບຕໍ່ຢືນອັນດັບທີ 1 ຢູ່ Viettel ສາຂາ ຮ່າໂນ້ຍ ແລະລອດເຂົ້າໃນທອັບ 3 ຮ້ານໃນທົ່ວປະເທດ; 100% ພະນັກງານ, ພາລະກອນຮ້ານຄ້າລອດເຂົ້າໃນທອັບ 10 ຂອງ Viettel ສາຂາ ຮ່າໂນ້ຍ.

ຢັ້ງຢືນຖານະນໍາໜ້າ

ຂໍ້ມູນຂ່າວສານຢູ່ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ໄລຍະ 2019-2024 ໂດຍ Viettel ສາຂາ ຮ່າໂນ້ຍ ຈັດຕັ້ງຜ່ານມາໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະຜ່ານມາ, Viettel ສາຂາ ຮ່າໂນ້ຍ ໄດ້ປຸກລະດົມ, ຜັນຂະຫຍາຍປະຕິບັດຂະບວນການແຂ່ງຂັນຢ່າງມີປະສິດທິຜົນ ແລະເປັນປະຈຳ, ໄດ້ຈັດການແຂ່ງຂັນໃນຈຸດສູງສຸດ 23 ຄັ້ງ. ໄລ່ມາຮອດປະຈຸບັນ, Viettel ຮ່າໂນ້ຍ ແມ່ນກົມກອງທຳອິດ ແລະແຫ່ງດຽວຂອງ Viettel ຢູ່ 63 ແຂວງ/ນະຄອນ ບັນລຸລາຍຮັບການບໍລິການລື່ນກາຍ 10.000 ຕື້ດົ່ງ ແລະເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈາກພັກ, ລັດ.

ດ້ວຍຄຳຂວັນການກະທຳທີ່ວ່າ “ຮ່ວມແຮງຮ່ວມໃຈເປັນຈິໜຶ່ງໃຈດຽວກັນ-ຢຶດໝັ້ນເປົ້າໝາຍ-ປະຕິບັດຢ່າງມີຫົວຄິດປະດິດສ້າງ”, ໄລຍະ 2024-2029, Viettel ສາຂາ ຮ່າໂນ້ຍ ໄດ້ກໍານົດສືບຕໍ່ຍົກສູງຄຸນນະພາບວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ; ກໍ່ສ້າງອົງຄະນະພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກົມກອງເຂັ້ມແຂງຮອບດ້ານ; ວາງອອກເປົ້າໝາຍພັດທະນາກະໂດດຂັ້ນ ໃນໄລຍະ 2024-2029, ສຸມໃສ່ 3 ຂົງເຂດ, ຄື: ການຫັນປ່ຽນດີຈີຕອນ; ເຜີຍແຜ່ໂທລະສັບອັດສະລິຍະໃຫ້ປະຊາຊົນ 100%, ເປີດກວ້າງກາລະໂອກາດເຂົ້າເຖິງອິນເຕີເນັດຄວາມໄວສູງໃຫ້ທຸກຄົວເຮືອນ; ສູ້ຊົນຍາດໄດ້ອັນດັບ 1 ກ່ຽວກັບການດຳເນີນທຸລະກິດບໍລິການຄົງທີ່ ແລະມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ການບໍລິການດີຈີຕອນໃນບໍລິເວນນະຄອນຫຼວງຮ່າໂນ້ຍ.

ທີ່ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ໄລຍະ 2019-2024, ບັນດາຜູ້ແທນໄດ້ຍົກອອກຫຼາຍມາດຕະການເພື່ອປະຕິບັດເປົ້າໝາຍດັ່ງກ່າວໃຫ້ເປັນຢ່າງດີ, ສືບຕໍ່ຢັ້ງຢືນຖານະອັນດັບໜຶ່ງຂອງ Viettel ສາຂາ ຮ່າໂນ້ຍ. ທ່ານພັນໂທ ຟຸ່ງວັນຈ້ອງ, ຮອງຫົວໜ້າພະແນກດຳເນີນທຸລະກິດ Viettel ສາຂາ ຮ່າໂນ້ຍ, ຊີ້ແຈ້ງວ່າ: ຂະບວນການແຂ່ງຂັນ ໄດ້ຈັດຕັ້ງຢ່າງມີໄຫວພິບ, ປະດິດສ້າງ, ຕິດພັນກັບປະສິດທິຜົນ ແລະລາຍຮັບຂອງຜູ້ອອກແຮງງານໄດ້ສ້າງກໍາລັງໜູນຢ່າງແຂງແຮງໃຫ້ແກ່ພະນັກງານ, ພາລະກອນກ້າຄິດ, ກ້າເຮັດກ້າທຳ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ສ່ວນທ່ານພັນເອກ ເຈິ່ນເລຟອງ, ຮອງຜູ້ອໍານວຍການພື້ນຖານໂຄງລ່າງ Viettel ສາຂາ ຮ່າໂນ້ຍ, ແບ່ງປັນວ່າ: “ຖ້າເນື້ອໃນຂະບວນການແຂ່ງຂັນຕິດແທດກັບຈຸດພິເສດ, ວຽກງານຂອງກົມກອງ, ປຸກລະດົມ, ຜັນຂະຫຍາຍກົງໃນຈຸດເວລາທີ່ເໝາະສົມນັ້ນຈະເສີມຂະຫຍາຍຊັບພະຍາກອນມະນຸດ, ສະຕິປັນຍາຂອງພະນັກງານ, ພາລະກອນທຸກຄົນຂອງກົມກອງໄດ້ຢ່າງສຸດຂີດໃນການແຂ່ງຂັນ, ຮັບປະກັນການປະຕິບັດສໍາເລັດເປົ້າໝາຍທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຖືກຕ້ອງຕາມຄວາມຄືບໜ້າ, ບັນລຸໄດ້ຄຸນນະພາບດີ”.

ໜຶ່ງໃນບັນດາມາດຕະການທີ່ໄດ້ຮັບຄວາມເຫັນດີເຫັນພ້ອມສູງຂອງພະນັກງານ, ພາລະກອນ Viettel ສາຂາ ຮ່າໂນ້ຍ ແມ່ນຄວນສຸມໃສ່ນຳພາ-ຊີ້ນຳປະຕິບັດວຽກງານການສຶກສາ, ໂຄສະນາ ແລະຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ລັດຖະກອນໝົດທຸກຄົນກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ ແນໃສ່ສ້າງການແຂ່ງຂັນທີ່ຖືກຕ້ອງ, ສ້າງການກະທໍາທີ່ຕັ້ງໜ້າ, ຕື່ນຕົວໃນການປະຕິບັດເປົ້າໝາຍ, ຈຸດປະສົງ, ໜ້າທີ່ຂອງຂະບວນການແຂ່ງຂັນ; ເຮັດໃຫ້ການແຂ່ງຂັນກາຍເປັນວຽກປົກກະຕິຂອງແຕ່ລະຄົນ, ແຕ່ລະອົງການຈັດຕັ້ງດ້ວຍສະມັດຕະພາບ, ຄຸນນະພາບ ແລະປະສິດທິຜົນສູງສຸດ.

ໂດຍ: ເຈິ່ນຮວ່ຽນ