ນັກຂ່າວ: ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2024, ຊີງຂັນໜັງສືພິມກອງທັບປະຊາຊົນ” ມີຄວາມໝາຍຄືແນວໃດໃນລະບົບລາງວັນແຂ່ງຂັນລົດຖີບຫວຽດນາມ, ຂໍຮຽນທ່ານ?

ທ່ານ ຫງວຽນງອັກຫວູ: 5 ປີຈັດຕັ້ງຄັ້ງໜຶ່ງ, ແຕ່ວ່າການຈັດຕັ້ງແຕ່ລະຄັ້ງ, ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ ໂດຍໜັງສືພິມກອງທັບປະຊາຊົນ ຈັດຕັ້ງຍາມໃດກໍ່ສ້າງຄວາມປະທັບໃຈຕໍ່ບັນດານັກກິລາ, ບັນດາຜູ້ທີ່ເຮັດວຽກງານດ້ານວິຊາການກ່ຽວກັບລົດຖີບ. ບັນດາການນຳກົມກິລາກາຍຍະກຳ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຍາມໃດກໍ່ເອົາໃຈໃສ່ ແລະຕີລາຄາສູງກ່ຽວກັບຄຸນນະພາບ, ຄວາມໝາຍຂອງການແຂ່ງຂັນ. ນີ້ບໍ່ພຽງແຕ່ການແຂ່ງຂັນກິລາເທົ່ານັ້ນ ຫາກຍັງແມ່ນກິດຈະກຳດ້ານການເມືອງ-ສັງຄົມ ຢ່າງເລິກເຊິ່ງເພື່ອແນໃສ່ສຶກສາມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນ, ຄົນຮຸ່ນໜຸ່ມໃນປະຈຸບັນ.

leftcenterrightdel
ທ່ານ ຫງວຽນງອັກຫວູ.

ບໍ່ພຽງແຕ່ບັນດາທີມແຂ່ງຂັນເທົ່ານັ້ນ ຫາກຍັງບັນດາຄົນມັກລົດຖີບຕອບສະໜອງການແຂ່ງຂັນຄັ້ງນີ້. ໃນຂອບເຂດຄັ້ງທີ 5, ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2024, ຊີງຂັນໜັງສືພິມກອງທັບປະຊາຊົນ”, ສະຫະພັນລົດຖີບ-ລົດຈັກກິລາ ຫວຽດນາມ ປຸກລະດົມການແຂ່ງຂັນລົດຖີບຮ່ວມເດີນທາງໃນໄລຍະທາງແຕ່ຮ່າໂນ້ຍ ໄປຮອດ ດ້ຽນບຽນ ແລະໄດ້ມີນັກກິລາລົດຖີບ 300 ຄົນຈົດທະບຽນເຂົ້າຮ່ວມ. ພວກຂ້າພະເຈົ້າ ບໍ່ຮັບຜູ້ຈົດທະບຽນຫຼາຍຍ້ອນເປັນຫ່ວງວ່າ ຜູ້ທີ່ເຂົ້າຮ່ວມຫຼາຍໂພດ ຈະບໍ່ສາມາດຮັບປະກັນໄດ້ບ່ອນກິນ, ບ່ອນຢູ່. ຊ້ຳບໍ່ໜຳ, ມີຜູ້ທີ່ຢາກຊື້ເຊື້ອທີ່ມີໂລໂກການແຂ່ງຂັນ “ກັບເມືອດ້ຽນບຽນຝູ-2024, ຊີງຂັນໜັງສືພິມກອງທັບປະຊາຊົນ”.

ນັກຂ່າວ: ພາຍຫຼັງການແຂ່ງຂັນລົດຖີບລະດັບທົ່ວປະເທດ, ຊີງຂັນໂທລະພາບນະຄອນ ໂຮ່ຈີມິນ 2024 ສິ້ນສຸດ, ນັກກິລາລົດຖີບຫຼາຍຄົນໄດ້ໄປຮອດຮ່າໂນ້ຍເພື່ອເຂົ້າຮ່ວມການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2024, ຊີງຂັນໜັງສືພິມກອງທັບປະຊາຊົນ”. ສິ່ງນີ້ສົ່ງຜົນສະທ້ອນເຖິງຄຸນນະພາບຂອງການແຂ່ງຂັນບໍ່? ຂໍຮຽນທ່ານ?

ທ່ານ ຫງວຽນງອັກຫວູ: ສະຫະພັນລົດຖີບ-ລົດຈັກກິລາຫວຽດນາມ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືດ້ານວິຊາການ ແລະເອົາຄຳຄິດຄຳເຫັນຂອງບັນດາທີມເພື່ອຊອກຫາມາດຕະການດີທີ່ສຸດ. ຕົວຢ່າງ, ໄລຍະທາງແຂ່ງຂັນຈະສັ້ນກວ່າ ແລະການແຂ່ງຂັນໄລຍະ 1 ແມ່ນການແຂ່ງຂັນລົດຖີບອ້ອມຮອບໜອງເກືອບ ຈະຊ່ວຍບັນດານັກແຂ່ງຂັນລຶ້ງເຄີຍການແຂ່ງຂັນ. ຢູ່ໄລຍະທີ 2, ຄະນະຈັດຕັ້ງຈະຈັດໃຫ້ບັນດານັກກິລາ ເລີ່ມແຂ່ງຂັນແຕ່ເມືອງເວີນໂຮ່ (ເຊີນລາ) ໄປຮອດເຊີນລາ, ແທນທີ່ແຂ່ງຂັນແຕ່ ມາຍເຈົາ (ຮວ່າບິ່ງ) ໄປຮອດນະຄອນເຊີນລາ ຄືແຕ່ກ່ອນ. ສິ່ງສຳຄັນແມ່ນນັກກິລາ, ບັນດາທີມຕື່ນເຕັ້ນເມື່ອໄດ້ເຂົ້າຮ່ວມການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2024”, ຊີງຂັນໜັງສືພິມກອງທັບປະຊາຊົນ”, ຈຸດທີ່ມາແມ່ນບ່ອນທີໄຊຊະນະ “ສັ່ນສະເທຶື່ອນໄປທົ່ວໂລກ” ເພາະສະນັ້ນຂ້າພະເຈົ້າຄິດວ່າທາງດ້ານຮ່າງກາຍບໍ່ແມ່ນຄວາມກັງວົນ.

ນັກຂ່າວ: ຂໍຮຽນທ່ານ, ສິ່ງທ້າທາຍໃຫຍ່ທີ່ສຸດ ເຊິ່ງບັນດານັກກິລາຕ້ອງປະເຊີນໜ້າຢູ່ການແຂ່ງຂັນຄັ້ງນີ້ແມ່ນຫຍັງແດ່?

leftcenterrightdel
ບັນດານັກກິລາເຂົ້າຮ່ວມການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2019, ຊີງຂັນໜັງສືພິມກອງທັບປະຊາຊົນ”. ພາບ: ຈ້ອງຫາຍ.

ທ່ານ ຫງວຽນງອັກຫວູ: ການແຂ່ງຂັນລົດຖີບລະດັບທົ່ວປະເທດ, ຊີງຂັນໂທລະພາບນະຄອນໂຮ່ຈີມິນ 2024 ເລີ່ມແຕ່ດ້ຽນບຽນຝູ ໄປຮອດນະຄອນໂຮ່ຈີມິນ, ໃນໄລຍະທາງແຂ່ງຂັນບໍ່ຂຶ້ນພູໄຕບັ໋ກ. ໃນຂະນະນັ້ນ, ໜຶ່ງໃນບັນດາສິ່ງທີ່ທົດສອບໄດ້ກາຍເປັນ “ຈຸດລັກສະນະເພາະ” ຂອງການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-ຊີງຂັນໜັງສືພິມ ກອງທັບປະຊາຊົນ” ແມ່ນບັນດາໄລຍະທາງແຂ່ງຂັນຂຶ້ນພູ, ພິຊິດຈອມພູກູນ, ຈອມກິ່ວທູງແຄ, ຈອມກິ່ວຟາດິນ. ນີ້ກໍ່ແມ່ນບັນດາຈອມກິ່ວ ເຊິ່ງຮຸ່ນພໍ່ຮຸ່ນອ້າຍຜ່ານຜ່າຄວາມຫຍຸ້ງຍາກນາໆປະການໃນບັ້ນຮົບດ້ຽນບຽນຝູ. ປະຈຸບັນ, ບັນດານັກແຂ່ງຂັນຕ້ອງປະເຊີນໜ້າບັນດາຈອບກິ່ວ, ສິ່ງນັ້ນໄດ້ນຳມາເຊິ່ງຄວາມຮັບຮູ້ດ້ານຄຸນຄ່າປະຫວັດສາດທີ່ເປັນມູນເຊື້ອ. ນັກແຂ່ງຂັນລົດຖີບຜູ້ໃດທີ່ໄດ້ຖີບລົດຢູ່ເສັ້ນທາງປະຫວັດສາດນີ້ກໍ່ຮັບຮູ້ໄດ້ຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອປະຕິວັດທີ່ໄດ້ຮຸ່ນພໍ່ຮຸ່ນອ້າຍຫຼໍ່ຫຼອມ.

ນັກຂ່າວ: ທ່ານມີຄວາມຫວັງໃດແດ່ຕໍ່ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2024, ຊີງຂັນໜັງສືພິມກອງທັບປະຊາຊົນ”?

ທ່ານ ຫງວຽນງອັກຫວູ: ຖ້າວ່າໄດ້ຕິດຕາມການແຂ່ງຂັນລົດຖີບລະດັບທົ່ວປະເທດ, ຊີງຂັນໂທລະພາບນະຄອນໂຮ່ຈີມິນ 2024, ພວກເຮົາຈະເຫັນນັກກິລາຄົນຕ່າງປະເທດເຂົ້າຮ່ວມແຂ່ງຂັນ. ແຕ່ວ່າ, ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2024, ຊີງຂັນໜັງສືພິມກອງທັບປະຊາຊົນ” ແມ່ນການແຂ່ງຂັນຂອງບັນດານັກກິລາພາຍໃນປະເທດ ເມື່ອເຕົ້າໂຮມນັກກິລາ 70 ຄົນທີ່ມາຈາກ 10 ທີມໃນທົ່ວປະເທດ. ນີ້ແມ່ນຄວາມແຕກຕ່າງ ແລະກໍ່ແມ່ນກາລະໂອກາດເພື່ອບັນດານັກກິລາຂອງຫວຽດນາມ ແຂ່ງຂັນ, ເພື່ອຈາກນັ້ນ, ຊ່ວຍບັນດານັກວິຊາການປະເມີນໄດ້ຄວາມສາມາດຂອງນັກກິລາລົດຖີບ ຫວຽດນາມ ຢ່າງຖືກຕ້ອງ, ຈາກນັ້ນມີການລົງທຶນໃຫ້ແກ່ລົດຖີບຫວຽດນາມ ເພື່ອເຂົ້າຮ່ວມບັນດາການແຂ່ງຂັນລະດັບສາກົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ-2024, ຊີງຂັນໜັງສືພິມກອງທັບປະຊາຊົນ” ຈະປະສົບຜົນສໍາເລັດຢ່າງຈົບງາມ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ