leftcenterrightdel
ກອງປະຊຸມນັກຂ່າວໂລກ 2024. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມປີນີ້ ມີການເຂົ້າຮ່ວມຂອງນັກຂ່າວ 52 ຄົນ ທີ່ມາຈາກ 47 ປະເທດໃນໂລກ. ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະພິເສດແມ່ນອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ chatbot ChatGPT, ສັນຕິພາບໂລກ ແລະວິທີການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບັນດານັກຂ່າວໄດ້ທົດລອງນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ແລະ ກະແສວັດທະນະທຳ ສ.ເກົາຫຼີ. ບັນດານັກຂ່າວ ກໍ່ໄດ້ໄປທັດສະນະຢູ່ບາງນະຄອນໃຫຍ່ ທີ່ມີຫຼາຍທັດສະນີຍະພາບ ແລະ ດີເດັ່ນກ່ຽວກັບເຕັກໂນໂລຢີສີຂຽວ ຄື Suwon, Ansan, Yongil ແລະ Incheon; ຢ້ຽມຊົມເຂດປອດການທະຫານ (DMZ)  ແລະ ໝູ່ບ້ານຢຸດຍິງ (Panmujom)...

ແຫຼ່ງຄັດຈາກ: vovworld.vn