ສອງຝ່າຍໄດ້ແລກປ່ຽນກ່ຽວກັບກາລະໂອກາດລົງທຶນໃນຂົງເຂດ logistics, ການຄ້າ, ການຫັນປ່ຽນດີຈີຕອນ, ດ່ານຊາຍແດນອັດສະລິຍະ ແລະບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ. ຕາມນັ້ນແລ້ວ, Viettel Post (ຫົວໜ່ວຍສະມາຊິກຂອງກຸ່ມບໍລິສັດ Viettel) ຈະຜັນຂະຫຍາຍການບໍລິການລົດໄຟດ່ວນສາກົນ ໂດຍ Viettel ລົງທຶນ ແລະ “ກວດກາຕີລາຄາຄຸນະພາບຜ່ານດ່ານ” ຢູ່ 30 ສູນຢູ່ຫວຽດນາມ.

leftcenterrightdel
ສອງຝ່າຍລົງນາມຮ່ວມມື. ພາບ: qdnd.vn

ການຮ່ວມມືລະຫວ່າງ Viettel ແລະນະຄອນໜານໜິງ ໃນຂົງເຂດ logistics ແລະການຂົນສົ່ງຂ້າມຊາຍແດນ ຄາດວ່າຈະຊ່ວຍຫຼຸດເວລາເຊື່ອມຕໍ່ລະຫວ່າງນະຄອນໜານໜິງ ແລະຮ່າໂນ້ຍ ລົງເຄິ່ງໜຶ່ງເຫຼືອພຽງແຕ່ 12 ຊົ່ວໂມງ, ຢ່າງໜ້ອຍສຸດແມ່ນ 30% ຄ່າໃຊ້ຈ່າຍ logistics, ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າສິນຄ້າລະຫວ່າງສອງປະເທດ, ພິເສດແມ່ນຂົງເຂດກະສິກຳ ແລະສິນໃນນ້ຳ.

ສອງຝ່າຍກໍ່ບັນລຸໄດ້ຂໍ້ຕົກລົງໃນການຮ່ວມມືສ້າງຕັ້ງສະມາຄົມວິສາຫະກິດ logistics ແລະການຄ້າຫວຽດນາມ-ຈີນ. ພື້ນຖານໂຄງລ່າງ logistics ຂ້າມຊາຍແດນ, ເຊື່ອມຕໍ່ລະຫວ່າງຫວຽດນາມ ແລະຈີນ ພາຍຫຼັງສຳເລັດຈະແມ່ນປະຖົມປັດໄຈນໍາຫວຽດນາມ ກາຍເປັນສູນ logistics ຂອງພາກພື້ນ, ເພີ່ມການແກ່ງແຍ່ງຂອງກະສິກຳ, ສິນໃນນ້ຳຫວຽດນາມ ຢູ່ຕະຫຼາດຈີນ ຍ້ອນການຫຼຸດຜ່ອນເວລາ ແລະຄ່າໃຊ້ຈ່າຍໃນການຂົນສົ່ງເມື່ອທຽບໃສ່ປະເພດສິນຄ້າຜະລິດຕະພັນກະເສດຈາກປະເທດອື່ນໆ...

leftcenterrightdel
ທ່ານພົນຈັດຕະວາ ຕ່າວດຶ໊ກທັ໊ງ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນຈັດຕະວາ ຕ່າວດຶ໊ກທັ໊ງ ແບ່ງປັນວ່າ ກຸ່ມບໍລິສັດ Viettel ຈະລົງທຶນໃສ່ແຫຼ່ງກໍາລັງກ່ຽວກັບມະນຸດ, ການເງິນ, ເຕັກໂນໂລຢີຢ່າງແຂງແຮງເພື່ອເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ logistics ແຫ່ງຊາດ, ປະກອບສ່ວນນໍາຫວຽດນາມ ກາຍເປັນສູນ logistics ຂອງພາກພື້ນ ແລະໃນໂລກ, ຄຽງຂ້າງພື້ນຖານໂຄງລ່າງແຫ່ງຊາດ 2 ແຫ່ງທີ່ Viettel ກໍ່ສ້າງຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ແມ່ນພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະພື້ນຖານໂຄງລ່າງດີຈີຕອນ.

ໂດຍ: ເຈິ່ນຮວ່ຽນ