ກ່າວຄໍາປາໄສທີ່ພິທີ, ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມນຳໃຊ້ພາສາຝຣັ່ງ, ຫວຽດນາມ ໄດ້ ແລະ ກຳລັງສືບຕໍ່ເຂົ້າຮ່ວມພັດທະນາປະຊາຄົມນຳໃຊ້ພາສາຝຣັ່ງ ຢ່າງຕັ້ງໜ້າ.

ທ່ານຮອງລັດຖະມົນຕີ ເນັ້ນຫນັກວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຫັນ 3 ເປົ້າໝາຍຈຸດສຸມຂອງຍຸດທະສາດແມ່ ຂອງອົງການຝຣັ່ງໂກໂຟນີ ໄລຍະ 2023-2030 ໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນສ້າງປະຊາຄົມນຳໃຊ້ພາສາຝຣັ່ງ ທີ່ເປັນປະໂຫຍດ ແລະ ແທດຈິງຫຼາຍກວ່າ, ມີຜົນສະທ້ອນ ແລະ ທັດສະນະຫຼາຍກວ່າໃນການແກ້ໄຂບັນຫາທົ່ວໂລກ ແລະ ມີຄວາມດຶງດູດ, ຈັບໃຈຫຼາຍຂຶ້ນ ໂດຍຜ່ານການສ້າງໂອກາດໃນການຮ່ວມມືລົງທຶນ, ການຄ້າ, ການແລກປ່ຽນວັດທະນະທໍາ...        

leftcenterrightdel
ທ່ານ ໂດ໋ຮຸ່ງຫວຽດ  ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາປາໄສທີ່ພິທີສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ ວັນທີ 20 ມີນາ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Edgar Doerig, ຜູ້ຕາງໜ້າຮັບຜິດຊອບພາກພື້ນ ອາຊີ-ປາຊີຟິກ ຂອງ OIF ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການເຂົ້າຮ່ວມຢ່າງຕັ້ງຫນ້າຂອງບັນດາອົງການ, ຄະນະ, ຂະແໜງການຂອງຫວຽດນາມ ໃນການປັບປຸງພາສາຝຣັ່ງ ແລະ ຄຸນຄ່າທີ່ປະຊາຄົມນຳໃຊ້ພາສາຝຣັ່ງ ໄດ້ແບ່ງປັນ ນັ້ນແມ່ນຄວາມສາມັກຄີ, ຄວາມເຄົາລົບນັບຖືຫຼາກຫຼາຍຮູບແບບ ແລະ ນ້ຳໃຈໂອບອ້ອມອາລີ. ໃນໄລຍະຈະມາເຖິງ, ອົງການ OIF ຈະພ້ອມກັບຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືໃນການສິດສອນພາສາຝຣັ່ງ ແລະ ຊຸກຍູ້ການພັດທະນາເສດຖະກິດ.

ໂດຍ: ອາໄຊ