ຕາມບົດບັນທຶກຊ່ວຍຈຳການຮ່ວມມື, Viettel ແລະ Intel ຈະພັດທະນາບັນດານິຍາມ, ການທົດລອງໃນຕົວຈິງ ແລະຜັນຂະຫຍາຍການບໍລິການດ້ານການຄ້າໃຫ້ບັນດາຜະລິດຕະພັນ ແລະມາດຕະການແກ້ໄຂໃນຂົງເຂດປັນຍາປະດິດ (AI), 5G, ອຸປະກອນອັດສະລິຍະ, ທັນສະໄໝ, ລະບົບການຄຳນວນ ແລະສູນດາຕາ (data center).  Intel ຈະຮ່ວມເດີນທາງພ້ອມກັບ Viettel ເພື່ອສະໜອງການໃຫ້ຄໍາປຶກສາດ້ານເຕັກນິກ, ປັບປຸງປະສິດທິພາບ ແລະໃຫ້ສິດ Viettel ສາມາດເຂົ້າເຖິງຮາດແວ/ຊອບແວ ທີ່ພັດທະນາໃໝ່ຂອງ Intel ໃນວິວັດການຮ່ວມມື. ພ້ອມກັນນັ້ນ, 4 ຂົງເຂດທີ່ ສອງຝ່າຍຈະຜັນຂະຫຍາຍລວມມີ: ຄົ້ນຄວ້າ, ພັດທະນາເຕັກໂນໂລຢີ ແລະມາດຕະການ AI, 5G; ຄົ້ນຄວ້າ, ພັດທະນາ ແລະຜະລິດອຸປະກອນອັດສະລິຍະ, ທັນສະໄໝ ແລະລະບົບການຄຳນວນ; ຂໍ້ລິເລີ່ມຜັນຂະຫຍາຍພື້ນຖານໂຄງລ່າງສູນດາຕາດີທີ່ສຸດສຳລັບ AI ແລະ 5G; ເພີ່ມທະວີການຮ່ວມມື ແລະການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງດ້ານເຕັກໂນໂລຢີ ແລະ ບຳລຸງສ້າງ, ພັດທະນາລະບົບນິເວດຮລວມ ແລະເຂົ້າເຖິງບັນດາຕະຫຼາດໃໝ່.

ນີ້ແມ່ນພື້ນຖານເຕັກໂນໂລຢີສຳຄັນແຖວໜ້າຂອງໂລກໃນປະຈຸບັນ, ໄດ້ຊ່ວຍໃຫ້ທັງສອງຝ່າຍກຽມພ້ອມໃຫ້ໄລຍະພັດທະນາພື້ນຖານໂຄງລ່າງດີຈີຕອນ ເພື່ອຮັບໃຊ້ສັງຄົມດີຈີຕອນ. ທ່ານ Dan Rodriguez, ຮອງປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມລະບົບອິນເຕີແນັດ, ຂຶ້ນກັບກຸ່ມບໍລິສັດ Intel ແບ່ງປັນວ່າ “Viettel ບັນລຸໄດ້ຜົນງານດີເດັ່ນດ້ານເຕັກໂນໂລຢີໃນການຊຸກຍູ້ລະບົບເຄືອຂ່າຍວິທະຍຸເປີດ (O-RAN) ແລະໃນການພັດທະນາ 5G SA ຫຼັກ. ປະສິດທິຜົນການຮ່ວມມືລະຫວ່າງ Viettel ແລະ Intel ຈະສົ່ງຜົນກະທົບທີ່ຕັ້ງໜ້າເຂົ້າໃນການດຳລົງຊີວິດຂອງປະຊາຊົນ ແລະໜູນຊ່ວຍຄວາມມານະພະຍາຍາມພັດທະນາແບບຍືນຍົງຢູ່ ຫວຽດນາມ.

leftcenterrightdel
Viettel ແລະ Intel ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື. ພາບ: ອານມາຍ

ປະຈຸບັນ Viettel ແມ່ນວິສາຫະກິດໂທລະຄົມ - ອຸດສາຫະກໍາ - ເຕັກໂນໂລຢີ ອັນດັບໜຶ່ງຢູ່ຫວຽດນາມ; ແມ່ນໜຶ່ງໃນບັນດາວິສາຫະກິດທີ່ມີລາຍຮັບ, ມີກຳໄລ, ເສຍພາສີອາກອນ ແລະມອບເງິນເຂົ້າງົບປະມານຂອງຊາດ ຫຼາຍທີ່ສຸດໃນທົ່ວປະເທດ. ການເຄື່ອນໄຫວຂອງ Viettel ໄດ້ບືນຕົວອອກສູ່ໂລກ, ກາຍເປັນໜຶ່ງໃນບັນດາເຄື່ອງໝາຍການຄ້າທີ່ມີຄຸນຄ່າຂອງໂລກ, ມີພະນັກງານກວ່າ 55.000 ຄົນ ເຂົ້າຮ່ວມການເຄື່ອນໄຫວດໍາເນີນທຸລະກິດຢູ່ 11 ປະເທດໃນ 3 ທະວີບ. ໃນໄລຍະພັດທະນາໃໝ່, Viettel ກຳນົດພາລະກໍາຂອງຕົນແມ່ນ “ນໍາໜ້າ ແລະເປັນຫຼັກໃນການສ້າງສັງຄົມດີຈີຕອນ” ດ້ວຍເປົ້າໝາຍໝູນໃຊ້ຜົນແຫ່ງການຫັນປ່ຽນດີຈີຕອນ ເພື່ອຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.

ໃນຂະນະດຽວກັນ, Intel ແມ່ນໜຶ່ງໃນບັນດາບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ, ແມ່ນບໍລິສັດທີ່ດຳເນີນທຸລະກິດກ່ຽວກັບການຜະລິດບັນດາຜະລິດຕະພັນ ແລະການບໍລິການທີ່ກ່ຽວຂ້ອງກັບອຸປະກອນເອເລັກໂຕນິກ ແລະພື້ນຖານດີຈີຕອນ. ດ້ວຍປະສົບການເປັນເວລາຫຼາຍກວ່າ 50 ປີ, Intel ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາຂອງຂະແໜງອຸດສາຫະກໍາຄອມພິວເຕີ ແລະເຕັກໂນໂລຢີຂໍ້ມູນຂ່າວສານ. ບັນດາຜະລິດຕະພັນຂອງ Intel ໄດ້ນໍາໃຊ້ຢ່າງກວ້າງຂວາງໃນຄອມພິວເຕີສ່ວນບຸກຄົນ ແລະເຄື່ອງເຊີບເວີ ແລະອຸປະກອນອື່ນ. ພ້ອມກັນນັ້ນ, Intel ຍັງເປັນຄູ່ຮ່ວມມືທີ່ສໍາຄັນໃນການພັດທະນາມາດຕະການແກ້ໄຂເຕັກໂນໂລຢີສໍາລັບບັນດາວິສາຫະກິດ ແລະອົງການຈັດຕັ້ງທົ່ວໂລກ.

ໂດຍ: ທູຈາງ