ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນໄລຍະທາງແຫ່ງການພັດທະນາໃນ 2 ທົດສະວັດຜ່ານມາ. ນັບແຕ່ສະຖານີ BTS ແຫ່ງທໍາອິດ, ມາຮອດປະຈຸບັນ Viettel ສາຂາແຂວງດ້ຽນບຽນ ມີສະຖານີ BTS ປະເພດຕ່າງໆທັງໝົດກວ່າ 450 ແຫ່ງ, ມີ 345.000  ບໍລິການປະເພດຕ່າງໆ,  Viettel ໄດ້ກະຈາຍຄື້ນໄປທົ່ວທຸກບ້ານ, ທຸກບໍລິເວນ, ເຂດຫ່າງໄກສອກຫຼີກ… ພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມບໍ່ພຽງແຕ່ຮັບໃຊ້ໃຫ້ການຜະລິດ, ດໍາເນີນທຸລະກິດ, ການດໍາລົງຊີວິດຂອງປະຊາຊົນເທົ່ານັ້ນ, ຫາກຍັງຮັບໃຊ້ໜ້າທີ່ການທະຫານ-ການປ້ອງກັນຊາດຢ່າງມີປະສິດທິຜົນອີກດ້ວຍ.

leftcenterrightdel
ການນໍາແຂວງດ້ຽນບຽນ ມອບຊໍ່ດອກໄມ້ຊົມເຊີຍ Viettel ສາຂາແຂວງດ້ຽນບຽນ. ພາບ: qdnd.vn

ຮອດທ້າຍປີ 2023, Viettel ສາຂາແຂວງດ້ຽນບຽນ ບັນລຸໄດ້ລາຍຮັບເກືອບ 300 ຕື້ດົ່ງ, ສະຖານທີ່ກະຈາຍຄື້ນ 2G ບັນລຸ 89,64% ແລະ 4G ໄດ້ບັນລຸ 72,16%, ໄດ້ສ້າງຂີດໝາຍສຳຄັນທີ່ສຸດຂອງ Viettel ໃນວິວັດການພັດທະນາ ແລະ ເຕີບໄຕເຂັ້ມແຂງຢູ່ແຂວງດ້ຽນບຽນ. ນີ້ແມ່ນປະຖົມປັດໄຈອັນສຳຄັນເພື່ອຫັນຄວາມມຸ່ງມາດປາດຖະໜາຢາກນຳໜ້າໃນການສ້າງສັງຄົມດີຈີຕອນໃຫ້ປະກົດຜົນເປັນຈິງ, ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງ Viettel ສາຂາແຂວງດ້ຽນບຽນ  ໃນກິດຈະການສ້າງສັງຄົມດີຈີຕອນ, ເສດຖະກິດດີຈີຕອນຂອງທ້ອງຖິ່ນ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລຮຸຍຮ່ວາງ, ຜູ້ອຳນວຍການ Viettel ສາຂາແຂວງດ້ຽນບຽນ ເນັ້ນໜັກວ່າ ດ້ວຍໝາກຜົນພົ້ນເດັ່ນທີ່ກ່າວມານັ້ນ, ມາຮອດປະຈຸບັນ, Viettel ສາຂາແຂວງດ້ຽນບຽນ ໄດ້ຢັ້ງຢືນທີ່ຕັ້ງ, ບືນຕົວຂຶ້ນເພື່ອໃຫ້ກາຍເປັນວິສາຫະກິດອັນດັບ 1 ໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານໃນບໍລິເວນ. Viettel ສາຂາແຂວງດ້ຽນບຽນ ຕັດສິນໃຈສືບຕໍ່ຮ່ວມເດີນທາງໄປພ້ອມກັບການພັດທະນາຂອງແຂວງ.

ໂດຍ: ທູຈາງ