Viettel ໄດ້ລົງທຶນຢູ່ 10 ຕະຫຼາດໃນ 3 ທະວີບ, ໃນນັ້ນມີ 7 ຕະຫຼາດຢືນອັນດັບທີ 1 ກ່ຽວກັບສ່ວນແບ່ງຕະຫຼາດໂທລະຄົມມະນາຄົມ.

Viettel ໄດ້ກໍ່ສ້າງ 2 ພື້ນຖານໂຄງລ່າງລະດັບຊາດ, ລວມມີ: ທີໜຶ່ງແມ່ນພື້ນຖານໂຄງລ່າງໂທລະຄົມຄວາມຖີ່ກວ້າງ ດ້ວຍລະບົບສາຍກາບໃຍແກ້ວພາຍໃນປະເທດ 5 ສາຍ; ສາຍກາບໃຍແກ້ວສາກົນທາງບົກ 3 ສາຍໄປຍັງຈີນ, ລາວ, ກຳປູເຈຍ;  ສາຍກາບໃຍແກ້ວທາງທະເລ 4 ສາຍທີ່ເຊື່ອມຕໍ່ອາຊີ, ເອີຣົບ ແລະອາເມລິກາ; ມີສະຖານີສົ່ງສັນຍານເກືອບ 100.000 ແຫ່ງ, ໃນນັ້ນມີສະຖານີ 4G ກວ່າ 55.000 ແຫ່ງ, ທີ່ສົ່ງສັນຍານເຖິງ 98% ຈຳນວນປະຊາກອນຫວຽດນາມ. ທີສອງແມ່ນພື້ນຖານໂຄງລ່າງດີຈີຕອນດ້ວຍເຄືອຂ່າຍ 5G ຢູ່ 63 ແຂວງ, ນະຄອນ; ພື້ນຖານໂຄງລ່າງ IoT ເຊື່ອມຕໍ່ທຸກອຸປະກອນ, ສູນຂໍ້ມູນ DC 13 ແຫ່ງ, ໃຫຍ່ທີ່ສຸດຂອງຫວຽດນາມ.

leftcenterrightdel
ຄົ້ນຄວ້າຜະລິດຕະພັນຂໍ້ມູນຂ່າວສານການທະຫານ Viettel. ພາບ: Viettel

Viettel ພ້ອມກັບລັດຖະບານປະຕິບັດໂຄງການຫັນເປັນດີຈີຕອນລະດັບຊາດໃນ 3 ເສົາຄ້ຳ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ. ໃນປີ 2023, ບົນພື້ນຖານຂໍ້ມູນຂອງຫວຽດນາມ ແລະພາສາຫວຽດນາມ, Viettel ໄດ້ສ້າງ Virtual Assistant ພາສາຫວຽດ ໃຫ້ແກ່ຖັນແຖວພະນັກງານລັດຖະກອນຫວຽດນາມ. ໃນປີ 2024, ກຸ່ມບໍລິສັດວາງເປົ້າໝາຍສ້າງ Virtual Assistant ພາສາຫວຽດ ໃຫ້ຊາວຫວຽດນາມແຕ່ລະຄົນ.

ພິເສດ, Viettel ແມ່ນແກ່ນສານໃນການກໍ່ສ້າງກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຊີສູງຂອງຫວຽດນາມ; ເປັນເຈົ້າຂອງບັນດາອຸປະກອນພື້ນຖານໂຄງລ່າງເຄືອຂ່າຍໂທລະຄົມນາຄົມທັງ 4 ຊັ້ນຮັບປະກັນຄວາມປອດໄພ ແລະຄວາມໝັ້ນຄົງຂອງຂໍ້ມູນ. Viettel ໄດ້ປະຕິບັດສຳເລັດການຄົ້ນຄວ້າ ແລະຜະລິດລະບົບນິເວດຜະລິດຕະພັນ 5G ແລະນຳໃຊ້ທົດລອງເຄືອຂ່າຍສຳເລັດຜົນ, ພ້ອມແລ້ວທີ່ຈະຫັນເປັນການຄ້າໃນປີ 2024, ນຳຫວຽດນາມ ເຂົ້າທອັບ 5 ປະເທດທຳອິດທີ່ເປັນເຈົ້າຂອງເຕັກໂນໂລຊີ 5G. Viettel ກໍ່ຄົ້ນຄ້ວາ 2/3 chip sets ສຳລັບພື້ນຖານໂຄງລ່າງ 5G ສໍາເລັດຜົນ.

Viettel ກໍ່ໄດ້ຄົ້ນຄວ້າ ແລະຜະລິດຜະລິດຕະພັນກວ່າ 50 ປະເພດສັງກັດ 10 ຂະແໜງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຊີສູງ, ຕາມຮູບແບບການສູ້ຮົບ C5ISR ທີ່ທັນສະໄໝທີ່ສຸດໃນໂລກ, ເໝາະສົມກັບຄວາມຕ້ອງການນຳໃຊ້ ແລະເງື່ອນໄຂສູ້ຮົບຂອງກອງທັບ, ຜະລິດຕະພັນບາງປະເພດມີລັກສະນະສູ້ຮົບ ແລະເຕັກນິກກ້າວໜ້າ ແລະທັນສະໄໝກວ່າເມື່ອທຽບໃສ່ຜະລິດຕະພັນປະເພດດ່ຽວກັນໃນໂລກ. ບັນດາຜະລິດຕະພັນດັ່ງກ່າວທັງຮັບປະກັນຄວາມປອດໄພ, ທັງຊ່ວຍປະຢັດໃຫ້ງົບປະມານແຫ່ງລັດນັບສິບພັນຕື້ດົ່ງ.

ມາຮອດປະຈຸບັນ, Viettel ມີໃບຜູກຂາດໃນການປະດິດສ້າງຢູ່ຫວຽດນາມ 136 ໃບ ແລະຢູ່ອາເມລິກາ 30 ໃບ. ບັນດາກິດຈະກຳ, ປະດິດສ້າງທັງໝົດໂດຍນັກຊ່ຽວຊານຫວຽດນາມ ຄົ້ນຄ້ວາ, ປະດິດສ້າງເອງນັ້ນ, ບໍ່ພຽງແຕ່ຊ່ວຍປະຢັດຄ່າໃຊ້ຈ່າຍໃນການຄົ້ນຄ້ວາ ແລະຜະລິດນັບພັນຕື້ດົ່ງເທົ່ານັ້ນຫາກຍັງຮັບປະກັນຄວາມລັບໃນການສູ້ຮົບ ແລະຄວາມປອດໄພໃຫ້ຂໍ້ມູນຂ່າວສານ, ຕັດສິນປະສິດທິຜົນຂອງລະບົບປ້ອງກັນປະເທດອີກດ້ວຍ.

Viettel ປະກອບສ່ວນເຂົ້າໃນການສ້າງພື້ນຖານອຸດສາຫະກໍາຮັບປະກັນຄວາມໝັ້ນທາງອິນເຕີແນັດຢູ່ຫວຽດນາມ, ສ້າງເຄືອຂ່າຍອິນເຕີແນັດທີ່ປອດໃສ ເພື່ອໃຫ້ປະຊາຊົນດຳລົງຊີວິດຢ່າງປອດໄພກວ່າ ແລະປະຈຸບັນແມ່ນຜູ້ສະໜອງບໍລິການຮັບປະກັນຄວາມປອດໄພໃຫ້ຂໍ້ມູນຂ່າວສານອັນດັບໜຶ່ງຢູ່ຫວຽດນາມ.

ໂດຍມີບັນດານັກຊ່ຽວຊານຮັບສາຄວາມປອດໄພດ້ານຂໍ້ມູນຂ່າວສານທີ່ໄດ້ຮັບການຮັບຮອງຈາກໂລກ, ດ້ວຍ ກວ່າ 400  ຊ່ອງຫວ່າງຮັບປະກັນຄວາມລັບ zero-day   ຊ່ອງຫວ່າງຮັບປະກັນຄວາມລັບບໍ່ທັນປະກາດ). ປີ 2023, Viettel ຍາດໄດ້ແຊ້ມໃນງານແຂ່ງຂັນຂູດຄົ້ນຊ່ອງຫວ່າງຮັບປະກັນຄວາມລັບໃຫຍ່ທີ່ສຸດໃນໂລກ Pwn2Own; ຢືນອັນດັບ 1 ໃນຕາຕະລາງຈັດອັນດັບກ່ຽວກັບການຮັບປະກັນຄວາມລັບຂອງໂລກ BugCrowd, ແລະໄດ້ຮັບການເຊີດຊູຈາກບັນດາວິສາຫະກິດເຕັກໂນໂລຢີຂະໜາດໃຫຍ່ ເຊັ່ນ Microsoft, Google, Facebook, ແລະ Oracle ວ່າແມ່ນວິສາຫະກິດໃນທອັບວ່າ ວິສາຫະກິດຮັກສາຄວາມລັບທີ່ມີການປະກອບສ່ວນດ້ວຍຄຸນຄ່າຫຼາຍທີ່ສຸດ.

ໂດຍ: ທະນາພອນ