ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ໂດ໊ຫວຽດຮຸ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັຫວ່າ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ສືບຕໍ່ແມ່ນຄວາມຮຽກຮ້ອງທີ່ຮີບຮ້ອນ ແລະແມ່ນສ່ວນໜຶ່ງທີ່ບໍ່ຂາດໄດ້ໃນວິວັດການຟື້ນຟູພາຍຫຼັງການປະທະກັນ, ສ້າງສັນຕິພາບ, ຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ ຕາມເນື້ອໃນຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”. ນີ້ແມ່ນນະໂຍບາຍ, ທັດສະນະສະເໝີຕົ້ນສະເໝີປາຍ ແລະແມ່ນສານເຊິ່ງຫວຽດນາມ ຍາມໃດກໍ່ຊຸກຍູ້ໃນທົ່ວໂລກ ແລະຜັນຂະຫຍາຍຢູ່ຫວຽດນາມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມສໍາມະນາ ມີ 7 ວາລະປຶກສາຫາລືກ່ຽວກັບບັນດາຫົວເລື່ອງຄື: ແບ່ງປັນບົດຮຽນຂອງບາງປະເທດໃນພາກພື້ນ (ຫວຽດນາມ, ລາວ, ກໍາປູເຈຍ, ໄທ) ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ; ຄວາມສໍາຄັນຂອງວຽກງານຄຸ້ມຄອງຂໍ້ມູນຂ່າວສານ ໃຫ້ມີປະສິດທິຜົນ; ຮູບແບບການຮ່ວມມື 3 ຝ່າຍ UNDP/KOICA/ຫວຽດນາມ; ຄວາມກ້າວໜ້າດ້ານເຕັກນິກ, ເຕັກໂນໂລຢີ ແລະໝູນໃຊ້ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ; ກົນໄກຮ່ວມມືພາກພື້ນກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ.

ໂດຍ: ທູຈາງ