ເສີມຂະຫຍາຍທ່າແຮງຂອງຖັນແຖວປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ກປ.ອອນໄລ - ວັນທີ 23 ມີນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ສົມທົບກັບຄະນະກໍາມະການສູນກາງແນວໂຮມປະເທດຊາດ ແລະກະຊວງການຕ່າງປະເທດ ຈັດຕັ້ງ ກອງປະຊຸມສໍາມະນາ ກ່ຽວກັບປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມພາລະກິດສ້າງສາ ແລະພັດທະນາປະເທດຊາດ.
ເພື່ອເສີມຂະຫຍາຍຄວາມສາມາດ, ທ່າແຮງຂອງຖັນແຖວປັນຍາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດານັກຊ່ຽວຊານ ສະເໜີໃນ ໄລຍະຈະມາເຖິງ ຄວນຍົກເລີກລະບຽບການບໍລິຫານທີ່ບໍ່ມີຄວາມຈໍາເປັນ ສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຫັນບັນດາລະບຽບການກ່ຽວກັບການເຂົ້າ-ອອກເມືອງ, ຈົດທະບຽນພົນລະເມືອງ, ຈົດທະບຽນພັກປະຈໍາ ໃຫ້ປະຊາຊົນກັບເມືອປະເທດເປັນຈະແຈ້ງ... ລັດ ຄວນສ້າງຂອບນິຕິກໍາອຳນວຍຄວາມສະດວກກວ່າ ໃຫ້ບັນດາໂຄງການລົງທຶນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຜັນຂະຫຍາຍກົນໄກ, ນະໂຍບາຍກ່ຽວກັບການດຶງດູດ, ຄັດເລືອກ, ນຳໃຊ້ປັນຍາຊົນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນຄົ້ນຄວ້າ, ສ້າງກົນໄກລວມທີ່ໝູນໃຊ້ໃນການຮັບເອົາ, ແກ້ໄຂ ແລະມີຄຳຕອບຕໍ່ບັນດາຄໍາເຫັນປະກອບ ຂອງຖັນແຖວປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: vovworld.vn |
ກອງປະຊຸມສໍາມະນາ ກໍ່ແມ່ນໂອກາດເພື່ອຕີລາຄາວຽກງານເຕົ້າໂຮມ, ສາມັກຄີ ແລະເສີມຂະຫຍາຍຖັນແຖວປັນຍາຊົນດ້ານວິທະຍາສາດ-ເຕັກໂນໂລຢີຢູ່ພາຍໃນ ແລະຕ່າງປະເທດປະກອບສ່ວນສ້າງສາ ແລະພັດທະນາປະເທດຊາດເວົ້າລວມ ແລະສະຫະສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ເວົ້າສະເພາະ.
ໂດຍ: ທູຈາງ