leftcenterrightdel
ກອງປະຊຸມສໍາມະນາ ມີການເຂົ້າຮ່ວມຂອງຜູ້ຕາງໜ້າກຸ່ມບໍລິສັດ Viettel ແລະຜູ້ແທນ, ນັກຊ່ຽວຊານເພດຍິງໃນຂົງເຂດເຕັກໂນໂລຢີ. ພາບ: toquoc.vn

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລື, ແບ່ງປັນຂໍ້ມູນ ແລະທັກສະໃນຂົງເຂດວິທະຍາສາດຂໍ້ມູນ, ລວມມີ: ຄົ້ນຄວ້າ ວິທະຍາສາດ; ໝູນໃຊ້ວິທະຍາສາດຂໍ້ມູນ ໃນຂົງເຂດຕ່າງໆ; ໜູນໃຊ້ວິທະຍາສາດຂໍ້ມູນ ເພື່ອປົກປັກຮັກສາໜ່ວຍໂລກ; ສ້າງໂອກາດຫັນປ່ຽນໄປສູ່ຂະແໜງວິທະຍາສາດຂໍ້ມູນ. ພິເສດ, ຈຸດພົ້ນເດັ່ນຂອງກອງປະຊຸມ ແມ່ນມຸ່ງໄປເຖິງການຮ່ວມເດີນທາງ, ໜູນຊ່ວຍ ແລະມອບສິດຫຼາຍກວ່າອີກ ໃຫ້ແມ່ຍິງ ໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ. ໃນປັດຈຸບັນ ພະນັກງານ, ພາລະກອນເພດຍິງຂອງ Viettel ມີກວ່າ 14.000 ຄົນ; ກວມເອົາ 29% ຈໍານວນບຸກຄະລາກອນຂອງ Viettel ທີ່ພວມເຮັດວຽກ ຢູ່ຫວຽດນາມ. ພ້ອມກັນນັ້ນ, ຢູ່ Viettel ຜູ້ຍິງເປັນຫົວໜ້າຂະແໜງກວມ 6/15; ສູງກວ່າທົບ 2,5 ເທົ່າ ຕົວເລກສະເລ່ຍຢູ່ບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມໃນທ່ົວໂລກ.

ໂດຍ: ທູຈາງ