ບັນດາຄວາມເຫັນເຫຼົ່ານັ້ນ ກໍ່ຖືວ່າ ການຫັນປ່ຽນຂອງຫວຽດນາມ ບໍ່ພຽງແຕ່ສ່ອງແສງຜ່ານຕົວເລກຢ່າງດຽວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດການປະຕິຮູບ, ຍຸດທະສາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ນໍ້າໃຈສາມັກຄີຂອງປະຊາຊົນທຸກຄົນ.

ຈາກພື້ນຖານເສດຖະກິດຕົ້ນຕໍແມ່ນກະສິກຳດ້ວຍແຫຼ່ງກຳລັງຈໍາກັດ ແລະລາຍຮັບຈາກຕົ້ນທຶນຕໍ່າ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນທົ່ວໂລກ, ດ້ວຍ GDP ເພີ່ມຂຶ້ນເກືອບ 100 ເທົ່າ. ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຈາກຕໍ່າກວ່າ 100 ໂດລາສະຫະລັດ ຂຶ້ນເປັນເກືອບ 5.000 ໂດລາສະຫະລັດ, ຊ່ວຍໃຫ້ຫວຽດນາມ ເຂົ້າສູ່ກຸ່ມທີ່ມີລາຍຮັບປານກາງສູງ.

leftcenterrightdel
ພາບປະກອບຄັດຈາກ: KT

ທ່ານນາງ Mariam Sherman, ຜູ້ອໍານວຍການທະນາຄານໂລກ ປະຈໍາ ຫວຽດນາມ, ກໍາປູເຈຍ ແລະລາວ, ເນັ້ນໜັກວ່າ: “ຄວາມຄາດຫວັງຂອງຫວຽດນາມ ແມ່ນອີງໃສ່ພື້ນຖານອັນໜັກແໜ້ນໃນ 4 ທົດສະວັດຜ່ານມາ, ນັບແຕ່ສະໄໝປ່ຽນແປງໃໝ່, ບັນລຸລະດັບການເຕີບໂຕ ແລະລະດັບຄວາມໄວໃນການຫຼຸດຜ່ອນຄວາມທຸກຍາກທີ່ເປັນໜ້າສົນໃຈ, GDP ເພີ່ມຂຶ້ນຢ່າງແຂງແຮງ, ເສດຖະກິດພັດທະນາຢ່າງວ່ອງໄວ, ຊ່ວຍໃຫ້ປະຊາຊົນນັບລ້ານໆຄົນຫຼຸດພົ້ນອອກຈາກຄວາມທຸກຍາກ. ອັດຕາການອຶດຫິວທຸກຍາກທີ່ສຸດຈາກປະຊາກອນເຄິ່ງໜຶ່ງຂອງທົ່ວປະເທດຫຼຸດລົງເຫຼືອ 1%, ເຮັດໃຫ້ຫວຽດນາມ ກາຍເປັນປະເທດທີ່ມີອັດຕາການຫຼຸດຜ່ອນຄວາມທຸກຍາກໄວທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຜົນສໍາເລັດນີ້ສ່ວນໜຶ່ງແມ່ນຍ້ອນການປັບປຸງກ່ຽວກັບລະບອບລະບຽບການ, ນະໂຍບາຍເທື່ອລະກ້າວ".

ຕັ້ງໜ້າເຂົ້າຮ່ວມເຄືອຂ່າຍການຄ້າທົ່ວໂລກ, ມາຮອດປະຈຸບັນ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ 17 ສະບັບກັບກວ່າ 60 ພື້ນຖານເສດຖະກິດຂະໜາດໃຫຍ່, ສ່ວນຫຼາຍແມ່ນບັນດາພື້ນຖານເສດຖະກິດຂະໜາດໃຫຍ່ຢູ່ທົ່ວທຸກທະວີບ, ນໍາ ຫວຽດນາມ ກາຍເປັນໜຶ່ງໃນ 20 ປະເທດນໍາໜ້າໃນໂລກກ່ຽວກັບຂະໜາດການຄ້າສາກົນທີ່ມີການເຕີບໂຕສູງ, ໝັ້ນຄົງ ແລະບັນລຸສະຖິຕິກ່ຽວກັບການເກີນດຸນດ້ານການຄ້າຢ່າງຕໍ່ເນື່ອງ.

ທ່ານ Álvaro Pereira, ຫົວໜ້ານັກເສດຖະກິດຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ປະຈໍາ ຫວຽດນາມ, ຖືວ່າ: “ຂ້າພະເຈົ້າໄດ້ຕິດຕາມມາຫຼາຍປະເທດໃນທົ່ວໂລກ, ນັບແຕ່ອົດສະຕາລີ ຈົນເຖິງອາເມລິກາເໜືອ, ແຕ່ອາຊີ ຫາອາຟະລິກາ ແລະອາເມລິກາລາຕິນ, ມີໜ້ອຍປະເທດທີ່ສຸດທີ່ສ້າງຄວາມປະທັບໃຈໃຫ້ຂ້າພະເຈົ້າຄື ຫວຽດນາມ. ຫວຽດນາມ ພວມເຕີບໂຕໄວທີ່ສຸດ, ພາຍຫຼັງ 10 ປີ, ລາຍຮັບສະເລ່ຍເພີ່ມຂຶ້ນທົບສອງເທົ່າ.

ນີ້ແມ່ນຍ້ອນມີການຄຸ້ມຄອງເສດຖະກິດມະຫາພາກໄດ້ດີທີ່ສຸດ, ນະໂຍບາຍຖືກຕ້ອງຂອງລັດຖະບານ ແລະກໍາລັງໜູນອັນໃຫຍ່ຫຼວງຈາກປະຊາຊົນ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕໄວທີ່ສຸດໃນໂລກປະຈຸບັນ”.

ດ້ວຍຄວາມມານະພະຍາຍາມດັ່ງກ່າວ, ຫວຽດນາມ ໄດ້ຈັດຢູ່ໃນຈຳນວນ 20 ປະເທດການຄ້າແຖວໜ້າໃນທົ່ວໂລກ, 20 ສະຖານທີ່ຄວາມນິຍົມແຖວໜ້າໃຫ້ແກ່ FDI ແລະປະຈຸບັນກໍ່ໄດ້ຢູ່ໃນກຸ່ມ 10 ປະເທດ ໄດ້ຮັບເງິນຕາຕ່າງປະເທດແຖວໜ້າໃນທົ່ວໂລກ.

ທ່ານ Ted Osius, ປະທານສະພາທຸລະກິດອາເມລິກາ-ອາຊຽນ, ໃຫ້ຂໍ້ສັງເກດວ່າ: "ຫວຽດນາມ ມີລະດັບເຕີບໂຕເສດຖະກິດທີ່ໜ້າປະທັບໃຈທີ່ສຸດ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກ, ດ້ວຍຕະຫຼາດ 100 ລ້ານຄົນ, ບັນດາວິສາຫະກິດກໍ່ມີຄວາມໝັ້ນໃຈຫຼາຍເມື່ອເຫັນວ່າລັດຖະບານຫວຽດນາມ ມີວິທີເຂົ້າເຖິງ, ເປັນເຈົ້າການເພື່ອສະກັດກັ້ນ ແລະຮັບມືກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນ. ນອກຈາກນັ້ນ, ຫວຽດນາມ ຍັງມີກຳລັງແຮງງານທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະເຕັມໄປດ້ວຍຄວາມຮູ້ຄວາມສາມາດ. ບັນດາວິສາຫະກິດອາເມລິກາ ລ້ວນແຕ່ມີຄວາມສົນໃຈສູງຕໍ່ຫວຽດນາມ. ເຂົາເຈົ້າ ຕັ້ງຄວາມຫວັງສູງຕໍ່ອະນາຄົດອັນສົດໃສຂອງຫວຽດນາມ”.

ໃນສະພາບການເສດຖະກິດໂລກມີການຜັນປ່ຽນ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ເພື່ອຫັນປ່ຽນຢ່າງແຂງແຮງ - ມຸ່ງໄປເຖິງພື້ນຖານເສດຖະກິດແບບຍືນຍົງ, ນະວັດຕະກໍາ ແລະກວມລວມ. ເສັ້ນທາງແຫ່ງການບືນຕົວຂຶ້ນໃນຂ້າງໜ້າຍັງຈະມີສິ່ງທ້າທາຍຫຼາຍ, ແຕ່ດ້ວຍພື້ນຖານທີ່ໄດ້ສ້າງຂຶ້ນ ແລະຄວາມຄາດຫວັງຢາກພັດທະນາແບບຍືນຍົງ, ຫວຽດນາມ ລ້ວນແຕ່ມີພື້ນຖານເພື່ອເຊື່ອມໂຍງຢ່າງໝັ້ນໃຈ ແລະຢືນຢັນຖານະບົດບາດໃນເວທີສາກົນ.

ໂດຍ: ເຈິ່ນຮວ່ຽນ