ຄ່ອງແຄ້ວໃນການຂົນຂວາຍປະຊາຊົນ, ຮັບຄວາມເຊື່ອໝັ້ນຈາກປະຊາຊົນ

ເມື່ອກໍ່ສ້າງເສັ້ນທາງແມ່ນຕ້ອງການທີ່ດິນ. ຢູ່ Abyei, ປະຊາຊົນດໍາລົງຊີວິດຕາມແຕ່ລະກົກເຫຼົ່າ, ສະນັ້ນການເອົາທີ່ດິນຂອງກົກເຫຼົ່ານີ້ມາກໍ່ສ້າງເສັ້ນທາງຢູ່ບ່ອນອື່ນປະສົບຄວາມຫຍຸ້ງຍາກຫຼາຍ, ຕ້ອງຂໍອະນຸຍາດກ່ອນ. ທ່ານພັນໂທ ຫງວຽນທິລຽນ, ນາຍທະຫານຍິງ ຜູ້ປະສານງານທະຫານ-ປະຊາຊົນ ຂຶ້ນກັບກອງຊ່າງແສງເລກ 1 ໃຫ້ຮູ້ວ່າ ນອກຈາກການກໍ່ສ້າງທາງດິນແລ້ວ, ກົມກອງຊ່າງແສງຍັງຊ່ວຍເຫຼືອປະຊາຊົນຂຸດຂີ້ຕົມ, ຕ້ານຖ້ວມ, ເພາະສະນັ້ນຕ້ອງເອົາດິນມາຄູນ, ປ້ານຄູ...

ເຖິງວ່າແມ່ນຜູ້ຍິງແຕ່ວ່າເອື້ອຍລຽນ ເຄີຍພ້ອມກັບອ້າຍນ້ອງກອງຊ່າງແສງກິດຈະການ ກໍ່ຄືຄະນະປະຕິບັດງານໄປສຳຫຼວດຢູ່ເຂດຫ່າງໄກກົມກອງ ເພື່ອແກ້ໄຂບັນດາກໍລະນີກ່ຽວຂ້ອງເຖິງປະຊາຊົນ. ເອື້ອຍ ເຫຼົ່າສູ່ຟັງວ່າ ໂດຍລຶ້ງເຄີຍກັບວຽກງານລຳບາກ, ອັນຕະລາຍນີ້ແລ້ວ, ສະນັ້ນເມື່ອໄປຜ່ານເສັ້ນທາງເຫຼົ່ານີ້ ເອື້ອຍບໍ່ຮູ້ສຶກວິຕົກກັງວົນຄືເມື່ອກ່ອນອີກ. ຕາມເອື້ອຍແລ້ວ, ວຽກງານຫຍຸ້ງຍາກກວ່ານັ້ນແມ່ນຂົນຂວາຍປະຊາຊົນ ເພື່ອໃຫ້ເຂົາເຈົ້າບໍ່ກີດຂວາງວຽກງານຂອງກອງ ແລະອະນຸຍາດໃຫ້ເອົາທີ່ດິນເພື່ອຖົມທາງ.

leftcenterrightdel
ບັນດາພົນທະຫານຍິງກອງຊ່າງແສງເລກ 1 ຫວຽດນາມ. ພາບ: ກອງຊ່າງແສງເລກ 1.

ເຖິງວ່າໄດ້ລຶ້ງເຄີຍກັບວຽກງານຂົນຂວາຍປະຊາຊົນເມື່ອປະຕິບັດໜ້າທີ່ຢູ່ຄະນະປະຕິບັດ ອາຟະລິກາກາງ ແລ້ວກໍ່ຕາມ, ແຕ່ຢູ່ Abyei, ລັກສະນະວຽກງານພັດແຕກຕ່າງກັນຫຼາຍເຮັດໃຫ້ເອື້ອຍລຽນ ແລະເພື່ອນຮ່ວມກົມກອງຕ້ອງມີໄຫວພິບໃນການຂົນຂວາຍ. ຂົນຂວາຍປະຊາຊົນຄືແນວໃດ ເພື່ອໃຫ້ເຂົາເຈົ້າຮ່ວມມື, ບໍລິຈາກທີ່ດິນເພື່ອສ້າງທາງບໍ່ແມ່ນເລື່ອງງ່າຍດາຍຢູ່ Abyei. ຕໍ່ໜ້າສະພາບການຄືແນວນັ້ນ, ເອື້ອຍລຽນ ໄດ້ສະແດງຄວາມຄ່ອງແຄ້ວໃນການ “ຂົນຂວາຍປະຊາຊົນ”, ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດກັບປະຊາຊົນປະຈໍາຖິ່ນເພື່ອໃຫ້ເຂົາເຈົ້າເຫັນໄດ້ຄວາມຈິ່ງໃຈ ແລະເຂົ້າໃຈກວ່າກ່ຽວກັບວຽກງານທີ່ກອງຊ່າງແສງພວມເຮັດ. ຈາກນັ້ນເຂົາເຈົ້າກໍ່ຊີ້ບອກໃຫ້ເອື້ອຍ ແລະເພື່ອນຮ່ວມກົມກອງບ່ອນສາມາດເອົາທີ່ດິນໄດ້. ເມື່ອຮູ້ບ່ອນສາມາດເອົາທີ່ດິນແລ້ວແມ່ນຕ້ອງພາຄະນະສຳຫຼວດມາ ເພື່ອກຳນົດຈຸດພິກັດ, ມ້າງທຳລາຍລະເບີດບໍ່ທັນແຕກ ແລະກວດກາຄຸນນະພາບດິນ, ຫຼັງຈາກນັ້ນນຳເອົາທີ່ດິນມາທົດລອງກວດຄວາມແໜ້ນ, ຄວາມແຂງ ເພື່ອໃຊ້ເປັນວັດສະດຸຖົມທາງ.

ຕາມຮ້ອຍເອກພິເສດ ຫວູທິຮ່າ, ໜ່ວຍເສນາທິການແລ້ວ, Abyei ມີລະດູແຫ້ງ ແລະລະດູຝົນ. ໃນລະດູແຫ້ງ, ອາກາດແດດຮ້ອນ, ຕອນກາງເວັນອຸນຫະພູມປະມານ 40 ອົງສາເຊ, ອາດສາມາດເຮັດໃຫ້ຮ່າງກາຍຖືກຊ໊ອກຍ້ອນຮ້ອນຫຼາຍ, ລະດູຝົນທາງເປັນຂີ້ຕົມ, ນ້ຳຖ້ວມ, ການໄປມາ ເພື່ອປະຕິບັດໜ້າທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ເອື້ອຍນ້ອງ ເຄີຍປະຕິບັດໜ້າທີ່ຢູ່ນອກຖານທັບ, ບາງເທື່ອຢູ່ຫ່າງໄກຈາກກົມກອງປະມານສອງສາມສິບຫຼັກ. ໃນເງື່ອນໄຂເຮັດວຽກຄືດັ່ງກ່າວ, ພວກເອື້ອຍພ້ອມກັບເພື່ອນຮ່ວມກົມກອງຕ້ອງແກ້ໄຂສະພາບການຂາດນ້ຳປະປາ, ໄຟຟ້າ, ສະບຽງອາຫານສ່ວນຫຼາຍແມ່ນອາຫານແຫ້ງ...

ເອື້ອຍລຽນ ເວົ້າວ່າ “ສິ່ງສຳຄັນແມ່ນສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຕໍ່ປະຊາຊົນ ແລະສ້າງຄວາມສະໜິດສະໜົມກັບເຂົາເຈົ້າໄດ້ແມ່ນບໍ່ມີວຽກໃດຍາກອີກ”. ບາງເທື່ອຕ້ານນ້ຳຖ້ວມປະສົບຜົນສຳເລັດ, ປະຊາຊົນດີໃຈຟ້ອນລຳທຳເພງຢູ່ແຄມຄອງເໝືອງ, ເພື່ອສະແດງຄວາມດີໃຈ ແລະຂອບໃຈທະຫານຫວຽດນາມ. ໃນລະດູແລ້ງ Abyei ຂາດແຄນນໍ້າຢ່າງຮ້າຍແຮງ, ທຸກວັນກົມກອງຊ່າງແສງຕ້ອງຂົນສົ່ງຊີແຕັກນ້ຳສະອາດໃຫ້ປະຊາຊົນນຳໃຊ້. ດ້ວຍຈິດໃຈຊ່ວຍເຫຼືອປະຊາຊົນຈົນສຸດຄວາມສາມາດ, ເອົາໃຈໃສ່ຊ່ວຍເຫຼືອເຂົາເຈົ້າທຸກສິ່ງທຸກຢ່າງ, ເພາະວ່າປະຊາຊົນຢູ່ທີ່ນີ້ສ່ວນຫຼາຍບໍ່ມີຊັບສິນ, ບໍ່ມີເຮືອນຊານ, ຫົວໜ້າກົມກອງໄດ້ຊີ້ນຳປຸກສ້າງເຮືອນໃຫ້ປະຊາຊົນ, ມອບໃຫ້ເຂົາເຈົ້າ ທຸກສິ່ງທຸກຢ່າງທີ່ຕົນສາມາດຕອບສະໜອງໄດ້.

ພັນໂທ ຫງວຽນທິລຽນ ໃຫ້ຮູ້ຕື່ມອີກວ່າ ພາຍຫຼັງຜັນຂະຫຍາຍວຽກງານຢູ່ບໍລິເວນ, ອິດທິພົນຊື່ສຽງຂອງກອງທະຫານຊ່າງແສງຫວຽດນາມ ໄດ້ຮັບຄວາມຮູ້ຈັກຈາກປະຊາຊົນຢູ່ Abyei ເປັນຈຳນວນຫຼວງຫຼາຍ. ເມື່ອປະຊາຊົນເຈັບເປັນກໍ່ໄປຫາກອງຊ່າງແສງເພື່ອກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ. ໃນຫຼາຍໜ້າທີ່, ປະຊາຊົນ ຍັງຊ່ວຍເຫຼືອຮັກສາຄວາມປອດໄພ ແລະແນະນຳທາງໃຫ້ອ້າຍນ້ອງໄປປະຕິບັດໜ້າທີ່ຢູ່ຫ່າງໄກຈາກກົມກອງ.

ເສີມຂະຫຍາຍ “ກຳລັງແຮງອ່ອນ”

ຈາກ Abyei, ນາງຮ້ອຍເອກພິເສດ ຫວູຮົ່ງຖຸຍ ແບ່ງປັນເລື່ອງລາວຕື້ນຕັນໃຈສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ກອງຊ່າງແສງຫວຽດນາມ ກໍ່ຄືບົດບາດຂອງບັນດາພົນທະຫານຍິງໃນພາລະກຳຮັກສາສັນຕິພາບ. ນັ້ນແມ່ນເມື່ອເອື້ອຍ ພ້ອມກັບເພື່ອນຮ່ວມກົມກອງມາເຮັດວຽກຢູ່ກົມກອງຂອງ ປາກິດສະຖານ. ເວລາກັບເມືອ, ກົມກອງຂອງ ປາກິດສະຖານ ສະເໜີຂົນສົ່ງແມ່ນຍິງຜູ້ໜຶ່ງພ້ອມກັບລູກຫາກໍ່ເກີດປະມານ 4 ອາທິດ. ເມື່ອຂຶ້ນລົດ, ຜູ້ຍິງຄົນນັ້ນເບິ່ງທຸກຄົນດ້ວຍສາຍຕາຢ້ານກົວ, ແຕ່ເມື່ອຮູ້ວ່າທຸກຄົນໃນລົດແມ່ນບັນດາສະມາຊິກສັງກັດ ກອງຊ່າງແສງຫວຽດນາມ, ພ້ອມກັບທ່າທີເອື້ອເຟື້ອເພື່ອແຜ່ຂອງບັນດາພົນທະຫານຍິງ, ຜູ້ຍິງຄົນນັ້ນຮູ້ສຶກອຸ່ນອ່ຽນໃຈກວ່າ ແລະມອບລູກໃຫ້ເອື້ອຍຖຸຍ ອຸ້ມຊ່ວຍ. ເອື້ອຍ ຖຸຍ ໃຫ້ຮູ້ວ່າ ເອື້ອຍໄດ້ມອບຜ້າໃຫ້ຜູ້ຍິງຄົນນັ້ນ ເພື່ອຮັກສາຄວາມອຸ່ນໃຫ້ລູ້. ຖ້າວ່າຕອນນັ້ນບໍ່ມີເອື້ອຍ ແລະເພື່ອນຮ່ວມກົມກອງຢູ່ໃນລົດ, ບໍ່ຮູ້ວ່າຜູ້ຍິງຄົນນັ້ນ ຈະຄືແນວໃດ. ເອື້ອຍ ຖຸຍ ແບ່ງປັນວ່າ “ເຖິງວ່າບໍ່ຊ່ວຍເຫຼືອຜູ້ຍິງຄົນນັ້ນໄດ້ຫຼາຍກໍ່ຕາມ, ແຕ່ວ່າ ຜູ້ຍິງພວກຂ້າພະເຈົ້າໄດ້ສ້າງຄວາມອຸ່ນອ່ຽນໃຈ, ຄວາມອົບອຸ່ນໃຫ້ແກ່ເຂົາເຈົ້າ. ຜ່ານການປະຕິບັດໜ້າທີ່ຢູ່ Abyei, ພວກຂ້າພະເຈົ້າ ຍິງເຂົ້າໃຈບົດບາດຂອງແມ່ຍິງໃນພາລະກຳຮັກສາສັນຕິພາບສະຫະປະຊາຊາດກວ່າ.

ແບ່ງປັນກັບນັກຂ່າວ, ຮ້ອຍເອກ ຫງວຽນທິເຕີມ, ສະມາຊິກຂອງໜ່ວຍຊ່າງແສງກິດຈະການ 2 ເວົ້າວ່າ: “ແຕ່ລະຄົນເຖິງວ່າຈະມີໜ້າທີ່ຕ່າງກັນກໍ່ຕາມ, ແຕ່ພວກຂ້າພະເຈົ້າຄິດວ່າ ເພື່ອປະຕິບັດໜ້າທີ່ຂອງຕົນເປັນຢ່າງດີແມ່ນໄດ້ປະກອບສ່ວນປັບປຸງເງື່ອນໄຂດຳລົງຊີວິດດີກວ່າໃຫ້ປະຊາຊົນ Abyei. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນກໍ່ສ້າງບັນດາເສັ້ນທາງທີ່ຮາບພຽງ, ບໍ່ມີຂີ້ຕົມ, ການຈໍລະຈອນໄປມາສະດວກສະບາຍເພື່ອໃຫ້ປະຊາຊົນບໍ່ຕ້ອງດຳລົງຊີວິດໃນສະພາບນ້ຳຖ້ວມເມື່ອລະດູຝົນວຽນມາ. ໃນອະນາຄົດ, ປະຊາຊົນຢູ່ທີ່ນີ້ ຈະມີຊີວິດດີງາມກວ່າ. ນັ້ນແມ່ນກຳລັງໜູນເຮັ່ງຮັດພວກຂ້າພະເຈົ້າ ເຮັດວຽກ ແລະອຸທິດສ່ວນເພື່ອຊ່ວຍເຫຼືອປະຊາຊົນຢູ່ທີ່ນີ້”.

ໂດຍ: ແສງເດືອນ