ເລື່ອງເຊື່ອໄດ້ຍາກ: ວິສາຫະກິດໂທລະຄົມມະນາຄົມດຳເນີນທຸລະກິດອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ

ປີ 2010, ໄລຍະ Viettel  ຕັດສິນໃຈເລີ່ມຄົ້ນຄວ້າ, ຜະລິດລະບົບເວນຍາມເຂດນ່ານຟ້າ, ຢູ່ພາຍໃນປະເທດ, ບັນດາກົມກອງກອງທັບສ່ວນຫຼາຍພຽງແຕ່ມີຄວາມສາມາດຄົ້ນຄວ້າ, ດັດແປງ ຣາດາ ຮຸ່ນເກົ່າບາງປະເພດເທົ່ານັ້ນ. ສ່ວນຢູ່ໂລກມີພຽງແຕ່ 8 ປະເທດດ້ວຍບັນດາຂະແໜງອຸດສາຫະກຳປ້ອງກັນຊາດ ຂະໜາດໃຫຍ່ຈຶ່ງມີຄວາມສາມາດປະຕິບັດວຽກງານນີ້ໄດ້.

ຜ່ານສິ່ງທ້າທາຍນາໆປະການ, ປີ 2014 ຜະລິດຕະພັນຣາດາ ທຳອິດໂດຍ  Viettel ຜະລິດ ແລະເປັນເຈົ້າຂອງໄດ້ຮັບການຮັບຮອງຈາກກະຊວງປ້ອງກັນປະເທດ ແລະດຳເນີນການຜະລິດດ້ວຍຈຳນວນຫຼາຍ. Viettel ໄດ້ບືນຕົວຂຶ້ນດ້ວຍຂີດໝາຍໃໝ່ຄືສົ່ງອອກຣາດາ “Made by Viettel” (2017), ຜະລິດສຳເລັດ ຣາດາເວນຍາມເຂດທະເລ ຕອບສະໜອງມາດຕະຖານຂອງບັນດາປະເທດກ້າວໜ້າ (2018)…

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຜູ້ແທນຢ້ຽມຊົມບັນດາຜະລິດອຸດສາຫະກຳປ້ອງກັນຊາດ ໂດຍ Viettel ຄົ້ນຄວ້າ, ພັດທະນາ. ພາບໂດຍ Viettel ສະໜອງ.

ລະບົບ ຣາດາ ພຽງແຕ່ແມ່ນໜຶ່ງໃນບັນດາວັດຖຸອຸປະກອນ, ຜະລິດຕະພັນປ້ອງກັນຊາດເຕັກໂນໂລຢີສູງທີ່ Viettel ພັດທະນາປະສົບຜົນສໍາເລັດໃນໄລຍະຊອກຫາເສັ້ນທາງ “ອອກສູ່ທະເລ”. ພາຍຫຼັງ 13 ປີ, Viettel ໄດ້ຄົ້ນຄວ້າ, ຜະລິດຫຼາຍຜະລິດຕະພັນເຕັກໂນໂລຢີການທະຫານ ແລະພົນລະເຮືອນ “Make in Vietnam" ປະສົບຜົນສຳເລັດ. ປະຈຸບັນ, ຂົງເຂດຄົ້ນຄວ້າ, ຜະລິດອຸດສາຫະກໍາເຕັກໂນໂລຢີສູງ ໄດ້ກາຍເປັນເສົາຄໍ້າພັດທະນາຂອງກຸ່ມບໍລິສັດ Viettel ດ້ວຍລາຍຮັບຫຼາຍພັນຕື້ດົ່ງຕໍ່ປີ.

ມາຮອດປະຈຸບັນ, Viettel ໄດ້ຄົ້ນຄວ້າ, ຜະລິດຜະລິດຕະພັນຂຶ້ນກັບ 10 ຂະແໜງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຢີສູງ 50 ປະເພດເພື່ອສະໜອງໃຫ້ກອງທັບ. Viettel ກໍ່ໄດ້ສະໜອງບັນດາລະບົບສູ້ຮົບຜ່ານອິນເຕີແນັດ ແລະບັນດາລະບົບຮູບຈຳລອງຮັບໃຊ້ວຽກງານຝຶກແອບ, ບຳລຸງສ້າງ. Viettel ເປັນເຈົ້າຂອງເຕັກໂນໂລຢີສໍາຄັນດ້ວຍໃບຢັ້ງຢືນປົກປ້ອງການປະດິດ 51 ສະບັບ, ໃນນັ້ນມີ 9 ສະບັບ ໂດຍອາເມລິກາ ມອບໃຫ້. ບັນດາຜະລິດຕະພັນຂອງ Viettel ລ້ວນແຕ່ມີລັກສະນະທຽບເທົ່າກັບບັນດາຜະລິດຕະພັນອຸດສາຫະກຳເຕັກໂລຢີສູງໃນໂລກ, ບັນລຸລະດັບຜະລິດຕາມມາດຕະຖານສາກົນ.

leftcenterrightdel
ມາຮອດປະຈຸບັນ, Viettel ໄດ້ຄົ້ນຄວ້າ, ຜະລິດຜະລິດຕະພັນຂຶ້ນກັບ 10 ຂະແໜງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຢີສູງ 50 ປະເພດ ເພື່ອສະໜອງໃຫ້ກອງທັບ. ພາບໂດຍ Viettel ສະໜອງ.

ທີ່ກອງປະຊຸມໃຫຍ່ອົງຄະນະພັກ ຂອງກຸ່ມບໍລິສັດ Viettel ຄັ້ງທີ X (2020), ຄະນະພັກກຸ່ມບໍລິສັດ Viettel ກໍານົດເປົ້າໝາຍກາຍເປັນແກ່ນສານຂອງຂະແໜງອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງຂອງຫວຽດນາມ. ຍຸດທະສາດຂອງ Viettel ແມ່ນພັດທະນາທັງດ້ານການທະຫານ-ພົນລະເຮືອນ-ໂທລະຄົມມະນາຄົມ ດ້ວຍທິດນຳເປັນເຈົ້າຂອງເຕັກໂນໂລຢີສຳຄັນ, ມີຄວາມສາມາດແກ່ງແຍ້ງຢ່າງພຽງພໍໃນຕະຫຼາດສາກົນ.

ເປັນເຈົ້າຕົນເອງເຕັກໂນໂລຢີສູງ ເພື່ອຫຼຸດພົ້ນອອກຈາກລາຍຮັບປານກາງ

ຕາມທ່ານພັນເອກພິເສດ ຕ່າວດຶກຖັ໊ງ, ປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ແລ້ວ, ການຮັກສາບົດບາດຊັກນຳໃນການພັດທະນາອຸດສາຫະກຳເຕັກໂນໂລຢີສູງທັງແມ່ນຄວາມມຸ່ງຫວັງ, ຄວາມຕ້ອງການພາຍໃນຂອງ Viettel ທັງແມ່ນຄວາມຮຽກຮ້ອງຂອງປະເທດທີ່ມີຕໍ່ Viettel.

ປະຫວັດສາດພິສູດໃຫ້ເຫັນວ່າ, ວິທະຍາສາດ - ເຕັກໂນໂລຢີ ຍາມໃດກໍ່ແມ່ນປັດໄຈຕັດສິນການປ່ຽນແປງຄວາມສົມດຸນກຳລັງແຮງລະຫວ່າງບັນດາປະເທດ ກໍ່ຄືບັນດາກຳລັງໃນທົ່ວໂລກ. ທ່ານພັນເອກພິເສດ ຕ່າວດຶກຖັ໊ງ ຢັ້ງຢືນວ່າ: ກາຍເປັນກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ ແມ່ນຄວາມມຸ່ງຫວັງຂອງ Viettel ແລະທັງແມ່ນເສັ້ນທາງ Viettel ຕ້ອງປະຕິບັດຢ່າງແນ່ນອນ. ມີສາມເຫດຜົນເພື່ອຢັ້ງຢືນສິ່ງນີ້.

ທີໜຶ່ງແມ່ນ Viettel ເຫັນວ່າ ພຽງແຕ່ກຸ້ມຕົນເອງອຸປະກອນເຕັກໂນໂລຢີສູງທັງດ້ານການທະຫານ, ພົນລະເຮືອນ ໄດ້ຈຶ່ງສາມາດນຳຫວຽດນາມ ຫຼຸດພົ້ນອອກຈາກລາຍຮັບປານກາງ ແລະບໍ່ຂຶ້ນກັບປະເທດອື່ນ.

leftcenterrightdel
ກວດກາຜະລິດຕະພັນ ຣາດາ Make in Viettel. ພາບໂດຍ Viettel ສະໜອງ.

ສັງເກດບັນດາປະເທດອ້ອມຂ້າງອາດເຫັນໄດ້ວ່າ ເພື່ອບັນລຸໄດ້ເປົ້າໝາຍກຸ້ມຕົນເອງກ່ຽວກັບເຕັກໂນໂລຢີ, ມຸ່ງໄປເຖິງບັນດາເປົ້າໝາຍຍາວນານ, ບັນດາປະເທດເຫຼົ່ານັ້ນໄດ້ ແລະພວມມີບາດກ້າວເດີນຢ່າງລະອຽດລະອໍ, ສຸມໃສ່ສະຫງວນບູລິມະສິດໃຫ້ຂົງເຂດຄົ້ນຄວ້າ ແລະພັດທະນາ (R&D). ຫວຽດນາມ ຈະບໍ່ມີພື້ນຖານອຸດສາຫະກຳເຕັກໂນໂລຢີສູງທັນສະໄໝ , ຖ້າຫາກພວກເຮົາສືບຕໍ່ໄປຊື້ຜະລິດຕະພັນ, ອຸປະກອນຂອງປະເທດອື່ນ.

ທີສອງແມ່ນ, ໄປນຳໜ້າ, ຊັກນຳຍາມໃດກໍ່ແມ່ນຄວາມຮຽກຮ້ອງທີ່ Viettel ວາງອອກໃນວິວັດທະນາການພັດທະນາຂອງຕົນ. ສິ່ງນີ້ຊ່ວຍ Viettel ປະຕິບັດບັນດາເປົ້າໝາຍບຸກທະລຸໄດ້.

ທີສາມແມ່ນ, ສະພາບແວດລ້ອມດຳເນີນທຸລະກິດນັບມື້ນັບແກ່ງແຍ້ງຢ່າງຂ້ຽວຂາດ. ສະນັ້ນ Viettel ຕ້ອງຫັນປ່ຽນ, ປ່ຽນແປງຈາກການຖືໂທລະຄົມມະນາຄົມເປັນເຈົ້າພາທາງກາຍເປັນກຸ່ມບໍລິສັດແຖວໜ້າໃນຂົງເຂດອຸດສາຫະກຳ ແລະເຕັກໂນໂລຢີສູງ.

ພັດທະນາເຕັກໂນໂລຢີຕາມຮູບແບບສູ້ຮົບທັນສະໄໝ

ສຳລັບຂົງເຂດອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ, Viettel ຈະສືບຕໍ່ເປີດກວ້າງການຄົ້ນຄວ້າຜະລິດບັນດາປະເພດອາວຸດຍຸດໂທປະກອນສະຫຼາດກວ່າ, ຊັດເຈນກວ່າ, ໄວ້ເນື້ອເຊື່ອໃຈກວ່າຕາມຮູບແບບ C5ISR (Command, Control, Communication, Computer, Cyber, Intelligence, Surveillance, Reconnaissance). ນີ້ແມ່ນຮູບແບບສູ້ຮົບທັນສະໄໝໄດ້ໝູນໃຊ້ຢູ່ຫຼາຍປະເທດທີ່ມີພື້ນຖານວິທະຍາສາດການທະຫານກ້າວໜ້າໃນໂລກ. Viettel ສຸມໃສ່ເຂົ້າບັນດາອຸປະກອນເກັບກຳຂໍ້ມູນຂ່າວສານ, ສື່ສານ ແລະຮັບ, ແກ້ໄຂຂໍ້ມູນຂ່າວສານ...

leftcenterrightdel
ລະບົບສູ້ຮົບເອເລັກໂຕນິກ ໂດຍບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຢີສູງ Viettel (VHT) ຄົ້ນຄວ້າ, ຜະລິດ. ພາບໂດຍ Viettel ສະໜອງ.

ໃນຂົງເຂດອຸດສາຫະກຳເອເລັກໂຕນິກໂທລະຄົມມະນາຄົມ, Viettel ປາດປະໜາຢາກເປັນເຈົ້າຂອງບັນດາອຸປະກອນໂຄງລ່າງຂອງເຄືອຂ່າຍ 5G ແລະຜັນຂະຫຍາຍໃນວົງກວ້າງໃນເຄືອຂ່າຍ ແລະກ້າວເຖິງການສົ່ງອອກ, ປັບປຸງ ແລະໝູນໃຊ້ເຂົ້າບັນດາຜະລິດຕະພັນ chipset 5G  ໃຫ້ອຸປະກອນໂຄງລ່າງເຄືອຂ່າຍ 5G… ຄຽງຂ້າງກັນນັ້ນ, Viettel ກໍ່ໄດ້ກໍ່ສ້າງອິນເຕີແນັດເຊື່ອມຕໍ່ທຸກອຸປະກອນ (IoT - Internet of Things) ແລະຄົ້ນຄວ້າເຕັກໂນໂລຢີພະລັງງານສີຂຽວສຸມໃສ່ເຂົ້າເຕັກໂນໂລຢີເກັບກຳພະລັງງານ ແລະເຕັກໂນໂລຢີຄຸ້ມຄອງການນຳໃຊ້ພະລັງງານຮັບປະກັນປະຢັດ, ມີປະສິດທິຜົນ, ຈຳກັດການປ່ອຍອາຍພິດໃນສິ່ງແວດລ້ອມ.

ໃນຂົງເຂດການປ້ອງກັນຊາດ, 5G ຊ່ວຍຍົກສູງຄຸນນະພາບບັນດາລະບົບສອດແນມ, ຕິດຕາມ ແລະແກ້ໄຂ, ບັນດາລະບົບພາລະທິການ ເພື່ອເພີ່ມປະສິດທິຜົນ ແລະອະນຸຍາດໃຫ້ບັນດາມາດຕະການຄວບຄຸມ ແລະບັນຊາໃໝ່. ຄຽງຂ້າງກັນນັ້ນແມ່ນທ່າອ່ຽງໝູນໃຊ້ບັນດາວັດຖຸອຸປະກອນເຕັກນິກ, ຮຸ່ນຍົນອັດຕະໂນມັດຢ່າງກວ້າງຂວາງໃນຂົງເຂດການປ້ອງກັນຊາດ ແມ່ນໜຶ່ງໃນບັນດາປັດໄຈຕົ້ນຕໍ່ຊຸກຍູ້ການເຕີບໂຕຂອງຕະຫຼາດ.

ໂດຍ: ແສງເດືອນ