ກວ່າ 3.000 ຄົນ ເດີນຂະບວນດ້ວຍຫົວຂໍ້ “ຂ້ອຍຮັກເສື້ອຍາວຫວຽດນາມ”
ກປ.ອອນໄລ - ວັນທີ 5 ມີນາ, ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 113 ປີແຫ່ງວັນແມ່ຍິງສາກົນ (8-3-1910 / 8-3-2023).
    |
 |
ຜູ້ແທນເຂົ້າຮ່ວມລາຍການເດີນຂະບວນດ້ວຍຫົວຂໍ້ “ຂ້ອຍຮັກເສື້ອຍາວຫວຽດນາມ”. ພາບ: ທືເລ |
ໂດຍເສີມຂະຫຍາຍມູນເຊື້ອຂອງແມ່ຍິງຫວຽດນາມ, ວຽກງານສະມາຄົມ ແລະຂະບວນການແມ່ຍິງຢູ່ນະຄອນໂຮ່ຈີມິນ ໄດ້ຜັນຂະຫຍາຍຫຼາຍຮູບແບບ, ມາດຕະການຍົກສູງປະສິດທິຜົນ, ເອົາໃຈໃສ່ເບິ່ງແຍງດູແລເຖິງການດໍາລົງຊີວິດ, ພັດທະນາເສດຖະກິດ, ເລີ່ມທຸລະກິດ, ວຽກເຮັດງານທໍາໃຫ້ສະມາຊິກໃນສະມາຄົມ. ສະມາຄົມທຸກຂັ້ນໄດ້ຜັນຂະຫຍາຍກວ່າ 730 ກິດຈະກໍາ, ຂໍ້ລິເລີ່ມ. ໃນໂອກາດນີ້, ຄະນະຈັດຕັ້ງ-ກວດກາສະຫະພັນແມ່ຍິງນະຄອນໂຮ່ຈີມິນ ເປັນກຽດທີ່ໄດ້ຮັບປະດັບຫຼຽນໄຊແຮງງານ ຊັ້ນ 3.
ໃນວັນດຽວກັນ, ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໄດ້ສົມທົບກັບພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ຈັດຕັ້ງລາຍການເດີນຂະບວນດ້ວຍຫົວຂໍ້ “ຂ້ອຍຮັກເສື້ອຍາວຫວຽດນາມ” ດ້ວຍການເຂົ້າຮ່ວມຂອງກວ່າ 3.000 ຄົນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງຕອບສະໜອງງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 9, ປີ 2023 ເຊິ່ງພວມດໍາເນີນ, ປະກອບສ່ວນເຊີດຊູຊຸດເສື້ອຍາວ, ຄວາມງາມຂອງແມ່ຍິງຫວຽດນາມ. ລາຍການເດີນຂະບວນ ຈະໄປຜ່ານເສັ້ນທາງສາຍຕ່າງໆ: ຖະໜົນຍ່າງຫງວຽນເຫວ້, ເລແທ໋ັງໂຕນ, ສວນສາທາລະນະລາມເຊີນ (ເມືອງ 1).
ໂດຍ: ທູຈາງ