ກົມຖະແຫຼງຂ່າວພົວພັນຕ່າງປະເທດ ແລະໜັງສືພິມກອງທັບປະຊາຊົນ ຈະສົມທົບກັນໂຄສະນາເຜີຍແຜ່ຂ່າວສານພົວພັນຕ່າງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ກົມຖະແຫຼງຂ່າວພົວພັນຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະສື່ສານ) ແລະໜັງສືພິມກອງທັບປະຊາຊົນ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວິຊາສະເພາະກ່ຽວກັບຂ່າວສານພົວພັນຕ່າງປະເທດ.
ທີ່ກອງປະຊຸມ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນໄດ້ແບ່ງປັນບາງຂໍ້ມູນຂ່າວສານ ແລະວຽກງານໂຄສະນາເຜີຍແຜ່ເວົ້າລວມໃນບັນດາສື່ສິງພິມຂອງໜັງສືພິມກອງທັບປະຊາຊົນ. ບາງເຫດການພົວພັນຕ່າງປະເທດທີ່ໜັງສືພິມກອງທັບປະຊາຊົນໄດ້ໂຄສະນາຢ່າງຕັ້ງໜ້າ ແລະໄດ້ຮັບການຕີລາຄາສູງທັງດ້ານຄຸນນະພາບ ແລະປະສິດທິຜົນໃນໄລຍະມໍ່ໆມານີ້, ຄື: ປີເປັນປະທານອາຊຽນ 2020, ປີສາມັກຄີມິດຕະພາບຫວຽດນາມ - ລາວ 2022, ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ຫວຽດນາມ ອອກສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໄລຍະ 2023-2025,...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ຕາມທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ແລ້ວ, ໜັງສືພິມກອງທັບປະຊາຊົນໃນຖານະເປັນອົງການຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ສຽງຂອງກຳລັງປະກອບອາວຸດ ແລະປະຊາຊົນຫວຽດນາມ, ສະນັ້ນໃນບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນມີຊີວິດຊີວາເປັນພິເສດໃນຊີວິດທາງດ້ານຈິດໃຈຂອງພະນັກງານ, ນັກຮົບທົ່ວກອງທັບ. ນອກຈາກນັ້ນ, ໜັງສືພິມກອງທັບປະຊາຊົນກໍ່ໄດ້ສຸມໃສ່ປ່ຽນແປງເນື້ອໃນ ແລະການຫັນເປັນດີຈີຕອນໃນການພັດທະນາໜັງສືພິມກອງທັບປະຊາຊົນເອເລັກໂຕນິກ, ຄື: ການພັດທະນາເວັບໄຊພາສາຕ່າງປະເທດ ແລະວີດີໂອ-ເອົາດີໂອ; ເຄືອຂ່າຍສັງຄົມຂອງໜັງສືພິມກອງທັບປະຊາຊົນ, ຄື: Facebook, YouTube, Zalo, TikTok, Lotus...
ສ່ວນທ່ານ ຟ້າມແອງຕ໋ວນ, ຫົວໜ້າກົມຖະແຫຼງຂ່າວພົວພັນຕ່າງປະເທດ ເນັ້ນໜັກວ່າ, ໜັງສືພິມກອງທັບປະຊາຊົນຕ້ອງສືບຕໍ່ຮັກສາເປັນກົມກອງປະຈັນບານໃນຂົງເຂດນີ້ ເພື່ອໃຫ້ບັນດາອົງການສື່ມວນຊົນຕ່າງໆໃນທົ່ວປະເທດສາມາດສັ່ງບົດ ຂ່າວກໍ່ຄືສົມທົບກັນຊຸກຍູ້ການໂຄສະນາເຜີຍແຜ່. ທ່ານ ຟ້າມແອງຕ໋ວນ ຢືນຢັນວ່າ: ກົມຖະແຫຼງຂ່າວພົວພັນຕ່າງປະເທດ ພ້ອມແລ້ວທີ່ຈະອຳນວຍຄວາມສະດວກ ແລະສົມທົບກັບໜັງສືພິມກອງທັບປະຊາຊົນໃນທຸກຂົງເຂດ.
ໂດຍ: ທະນາພອນ