ດ້ວຍການຮ່ວມມືນີ້, ສອງຝ່າຍໃຫ້ຄໍາໝັ້ນສັນຍາວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາໂຄງການປ່ຽນແປງໃໝ່ເຕັກໂນໂລຢີ ແລະພັດທະນາການບໍລິການໂດຍສຸມໃສ່ 3 ຂົງເຂດ: ບໍລິການດີຈີຕອນບຸກທະລຸໃໝ່, 5G ແລະ Cloud. ນີ້ແມ່ນພື້ຖານເຕັກໂນໂລຢີສໍາຄັນ, ກຽມພ້ອມໃຫ້ການພັດທະນາທີ່ລະເບີດຂຶ້ນຢ່າງແຮງຂອງສັງຄົມ.

leftcenterrightdel
Viettel ແລະ Intel ລົງນາມບົດບັນທຶກຊ່ວຍຈໍາການຮ່ວມມືພັດທະນາເຕັກໂນໂລຢີໂຄງລ່າງດີຈີຕອນ ທີ່ MWC 2023. ພາບ: qdnd.vn

ທ່ານ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວວ່າ “Viettel ຍາມໃດກໍ່ມີຄວາມຄາດຫວັງຢາກພິຊິດ ແລະເປັນເຈົ້າຂອງເຕັກໂນໂລຢີເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າເກົ່າ, ສ້າງໂລກທີ່ດີງາມ ແລະຍືນຍົງກວ່າ. ນີ້ກໍ່ແມ່ນສານທີ່ Viettel ສົ່ງເຖິງ MWC 2023. ດ້ວຍວິທີການສໍາຜັດເຕັກໂນໂລຢີຂອງ Viettel, ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືກັບ Intel ແມ່ນບາດກ້າວສໍາຄັນໃນການຫັນຄວາມຄາດຫວັງນັ້ນໃຫ້ປະກົດຜົນເປັນຈິງ”.

ທີ່ MWC 2023, Viettel ນໍາສະເໜີ 6 ຜະລິດຕະພັນ, ມາດຕະການເຕັກໂນໂລຢີດ້ວຍສານ “ເຕັກໂນໂລຢີຈາກດວງໃຈ” (Technology with Heart). ບັນດາຜະລິດຕະພັນດັ່ງກ່າວ ໄດ້ອອກແບບໂດຍຖືເອົາມະນຸດເປັນໃຈກາງ, ຜັນຂະຫຍາຍຢ່າງມີໄຫວພິບຕາມຄວາມຕ້ອງການຂອງລູກຄ້າແຕ່ລະຄົນ. Viettel ບໍ່ພຽງແຕ່ຊອກຫາກາລະໂອກາດດໍາເນີນທຸລະກິດເທົ່ານັ້ນ, ຫາກຍັງແບ່ງປັນວິໄສທັດຂອງວິສາຫະກິດຫວຽດນາມ ທີ່ເຫດການໃຫ່ຍທີ່ສຸດຂອງຂະແໜງເຕັກໂນໂລຢີໂລກອີກດ້ວຍ.

ໂດຍ: ທູຈາງ