Viettel ເດີນທາງລັດ, ຕັດໜ້າ, ເຂົ້າເຖິງເຕັກໂນໂລຢີໃໝ່ເພື່ອຜະລິດຜະລິດຕະພັນທັນສະໄໝ
ກປ.ອອນໄລ - ຕອນບ່າຍວັນທີ 21 ກຸມພາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel).
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ຊົມເຊີຍບັນດາໝາກຜົນ, ຜົນງານທີ່ພົ້ນເດັ່ນຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ເວົ້າສະເພາະ ແລະກຸ່ມບໍລິສັດ Viettel ເວົ້າລວມ ໃນໄລຍະຜ່ານມາ, ປະກອບສ່ວນເຂົ້າໃນການຮັບໃຊ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ການພັດທະນາຂອງກຸ່ມບໍລິສັດ Viettel ໄດ້ຮັບການຕີລາຄາສູງຈາກການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ແລະສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ.
    |
 |
ທ່ານພົນໂທ ຟ້າມຮວ່າຍນາມ ແລະຄະນະປະຕິບັດງານຢ້ຽມຊົມຜະລິດຕະພັນຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel. ພາບ: qdnd.vn |
ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານພົນໂທ ຟ້າມຮວ່າຍນາມ ຮຽກຮ້ອງໃຫ້ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ສືບຕໍ່ເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າເຮັດກ້າທຳ, ຍູ້ແຮງການປະຕິບັດເປົ້າໝາຍຄົ້ນຄວ້າພັດທະນາບັນດາຜະລິດຕະພັນເຕັກໂນໂລຢີສູງ, ປະກອບສ່ວນຫັນກອງທັບໃຫ້ເປັນທັນສະໄໝ ແລະພັດທະນາປະເທດໃຫ້ມີເຕັກໂນໂລຢີກ້າວເຂົ້າໃກ້ກັບບັນດາປະເທດກ້າວໜ້າໃນໂລກ; ເປັນເຈົ້າການເດີນທາງລັດ, ຕັດໜ້າ, ເຂົ້າເຖິງເຕັກໂນໂລຢີໃໝ່ເພື່ອແນໃສ່ສ້າງຜະລິດຕະພັນທັນສະໄໝຫຼາຍຢ່າງໃນບັນດາຂົງເຂດ; ຜັນຂະຫຍາຍໜ້າທີ່ຄົ້ນຄວ້າ, ຜະລິດ, ດໍາເນີນທຸລະກິດຖືກຕາມຂໍ້ກໍານົດຂອງກົດໝາຍ, ຮັບປະກັນຄຸນນະພາບ, ຖືກກັບຄວາມຄືບໜ້າ.
ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານກັບບັນດາອົງການ, ກົມກອງ ແລະວິສາຫະກິດ; ຍູ້ແຮງການໂຄສະນາ, ແນະນໍາຜະລິດຕະພັນພາຍໃນ ແລະຕ່າງປະເທດ; ປະຕິບັດວຽກງານນະໂຍບາຍ, ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນຢ່າງດີ; ສຸມໃສ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ, ຕິດພັນກັບການສ້າງບັນດາອົງການຈັດຕັ້ງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງ...
ໂດຍ: ຈາງຫງວຽນ