Viettel Post ສືບຕໍ່ບັນລຸການເຕີບໂຕຢູ່ລະດັບ 2 ຕົວເລກ
ກປ.ອອນໄລ - ວັນທີ 31 ມັງກອນ, ບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໃຫ້ຂ່າວວ່າ ຜົນຂອງການດໍາເນີນທຸລະກິດ ໄຕມາດທີ IV ປີ 2022, ປະລິມານສິນຄ້າຂົນສົ່ງໂດຍ Viettel Post ເພີ່ມຂຶ້ນ 29%, ຍົກລາຍຮັບທັງໝົດຂອງ Viettel Post ບັນລຸລະດັບ 2 ຕົວເລກ.
    |
 |
Viettel Post ປະຕິບັດລື່ນກາຍຄາດໝາຍດໍາເນີນທຸລະກິດໃນຂົງເຂດໄປສະນີ ແລະໂທລະຄົມມະນາຄົມ. ພາບ: ວັນຟອງ |
ພາຍຫຼັງສຸມໃສ່ລົງທຶນພື້ນຖານໂຄງລ່າງດ້ານເຄືອຂ່າຍ ແລະເຕັກໂນໂລຢີ; ຫັນຂັ້ນຕອນການເຄື່ອນໄຫວໃຫ້ດີທີ່ສຸດໃນເວລາ 7 ເດືອນ, Viettel Post ໄດ້ປະຕິບັດລື່ນກາຍຄາດໝາຍດໍາເນີນທຸລະກິດໃນຂົງເຂດໄປສະນີ ແລະໂທລະຄົມມະນາຄົມ. ຍອດລາຍຮັບເພີ່ມຂຶ້ນ 13,2% ເມື່ອທຽບໃສ່ລາຍໄຕມາດ, ປະມານ 5.206 ຕື້ດົ່ງ. ພິເສດ, ລາຍຮັບຈາກຂົງເຂດສົ່ງສິນຄ້າບັນລຸການເຕີບໂຕ 22,9% - ນີ້ແມ່ນການເຕີບໂຕສູງທີ່ສຸດໃນປີ 2022 ຂອງ Viettel Post.
    |
 |
ອັດຕາສົ່ງສິນຄ້າການຄ້າເອເລັກໂຕນິກ ສໍາເລັດຜົນຂອງ Viettel Post ຂຶ້ນເຖິງ 94,29% - ແມ່ນລະດັບສູງທີ່ສຸດ ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ. ພາບ: ວັນຟອງ |
ໝາກຜົນດັ່ງກ່າວແມ່ນມາຈາກຄວາມມານະພະຍາຍາມໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວ ແລະວາງແຜນລະບົບຄັງສາງຂອງວິສາຫະກິດຄືນໃໝ່. ຕາມນັ້ນແລ້ວ, ເວລາໄດ້ຫຼຸດຜ່ອນ 30% ເມື່ອທຽບໃສ່ໄລຍະກ່ອນນີ້, ນໍາອັດຕາສົ່ງສິນຄ້າທາງການຄ້າເອເລັກໂຕນິກປະສົບຜົນສໍາເລັດ ຂຶ້ນເຖິງ 94,29%.
ດ້ວຍສັນຍານຟື້ນຟູຈາກຕະຫຼາດ ແລະຜົນຂອງການດໍາເນີນທຸລະກິດທີ່ດີໃນໄລຍະທ້າຍປີ 2022, Viettel Post ວາງເປົ້າໝາຍບັນລຸການເຕີບໂຕ ໃນປີ 2023 ໃຫ້ໄດ້ຫຼາຍກວ່າ 28%. ສໍາລັບການບໍລິການໂລຈິດສະຕິກ, Viettel Post ວາງເປົ້າໝາຍບັນລຸການເຕີບໂຕໃຫ້ໄດ້ 75% ໃນປີຕໍ່ໄປ.
ໂດຍ: ທູຈາງ