ກ່ອນໜ້ານີ້ 11 ປີ, ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາງ Angela Merkel ນາຍົກລັດຖະມົນຕີແຫ່ງ ສ. ເຢຍລະມັນ ໄດ້ເລືອກເອົາ ວັນມ້ຽວ-ກວັກຕື້ຢ້າມ ແມ່ນບ່ອນທ່ຽວຊົມໜຶ່ງດຽວໃນເວລາພັກຜ່ອນຢູ່ຮ່າໂນ້ຍ. ຍ່າງໄປ ວັນມ້ຽວ-ກວັກຕື້ຢ້າມ ແຕ່ 45 ນາທີ, ທ່ານນາງ Merkel ໄດ້ຮັບຟັງການແນະນຳກ່ຽວກັບປະຫວັດຄວາມເປັນມາຂອງໂຮງຮຽນມະຫາວິທະຍາໄລແຫ່ງທຳອິດຢູ່ຫວຽດນາມ, ໄດ້ຊົມ ເຄວວັນກາກ-ສັນຍາລັກ ຂອງນະຄອນຫຼວງຮ່າໂນ້ຍ, ຫຼື ສີລາລຶກ ປະລິນຍາເອກ 82 ແຜ່ນ-ມໍລະດົກເອກະສານຂຶ້ນກັບໂຄງການຄວາມຊົງຈຳໂລກຂອງອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO). ທ່ານນາງ Merkel ເວົ້າວ່າ  “ວັນມ໊ຽວ-ກວັກຕື້ຢ້າມ ບໍ່ພຽງແຕ່ແມ່ນ ຊັບສົມບັດອັນລ້ຳຄ່າຂອງຮ່າໂນ້ຍ, ຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຊັບສົມບັດ, ມໍລະດົກວັດທະນະທຳຂອງມວນມະນຸດອີກດ້ວຍ”. ໃນຄວາມຕື້ນຕັນໃຈ, ພ້ອມທັງແມ່ນປະລິນຍາເອກດ້ານຟິຊິກສາດຄົນເຢຍລະມັນ ໄດ້ມາຕີກອງຢູ່ທີ່ນີ້. ສຽງກອງດັງຂຶ້ນເຮັດໃຫ້ຄິດເຖິງການສອບເສັງຂອງເກືອບ 10 ສະຕະວັດກ່ອນນີ້.

leftcenterrightdel
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ  ຢ້ຽມຢາມ ວັນມ໊ຽວ-ກ໊ວກຕື໊ຢ໊າມ ປີ 2011. ພາບ: DPA

ບາງເທື່ອ, ການຢ້ຽມຢາມ ວັນມ໊ຽວ-ກວັກຕື້ຢ້າມ ແມ່ນຄວາມຕັ້ງໃຈຂອງ “ຜູ້ຍິ່ງທີ່ມີອຳນາດທີ່ສຸດໃນໂລກ” ໃນຄາວນັ້ນ. ຍ້ອນວ່າໃນເວລາຍ່າງເລາະໃນ ວັນມ໊ຽວ-ກວັກຕື້ຢ້າມ, ທ່ານນາງ Merkel ແລະນາຍົກລັດຖະມົນຕີປະເທດເຈົ້າພາບໄດ້ເຊັນຖະແຫຼງການຮ່ວມຮ່າໂນ້ຍ: ຫວຽດນາມ ແລະເຢຍລະມັນ-ຄູ່ຮ່ວມມືຍຸດທະສາດເພື່ອອະນາຄົດ, ໃນນັ້ນໄດ້ເນັ້ນໜັກເຖິງການສຶກສາ, ວັດທະນະທຳ ແລະອະນຸລັກຮັກສາມໍລະດົກວັດທະນະທຳແມ່ນ 3  ໃນບັນດາຂົງເຂດຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານນາງນາຍົກລັດຖະມົນຕີ ເວົ້າດ້ວຍຄວາມເພິ່ງພໍໃຈວ່າ, ເຢຍລະມັນ ແມ່ນໜຶ່ງໃນບັນດາປະເທດມູນເຊື້ອໃນອະດີດໄດ້ຊ່ວຍເຫຼືອຫວຽດນາມ ບຳລຸງສ້າງພະນັກງານຫຼາຍຄົນ. ໃນຈຸດເວລານັ້ນ, ມີຄົນ ຫວຽດນາມ ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ເຢຍລະມັນ ຈຳນວນ 100.000 ຄົນ ແລະຄົນເຢຍລະມັນ ທີ່ເຄີຍເຮັດວຽກ, ຮໍ່າຮຽນຢູ່ປະເທດນີ້ກໍ່ມີຈຳນວນຄ້າຍຄື. ຄົນທີ່ຮູ້ເວົ້າພາສາເຢຍລະມັນ ມີຈຳນວນຫຼາຍແມ່ນຄວາມສາມາດບົ່ມຊ້ອນອັນລ້ຳຄ່າ, ແມ່ນຂົວເຊື່ອມຕໍ່ມິດຕະພາບໃນການພົວພັນເຢຍລະມັນ-ຫວຽດນາມ. “ພວກເຮົາມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ”.

leftcenterrightdel
ທ່ານນາງ Angela Merkel ນາຍົກລັດຖະມົນຕີ  ຕີກອງເມື່ອມາຢ້ຽມຢາມ ວັນມ໊ຽວ-ກ໊ວກຕື໊ຢ໊າມ ປີ 2011. ພາບ: DPA

ສຳລັບທ່ານ Olaf Scholz ນາຍົກລັດຖະມົນຕີເຢຍລະມັນ ແມ່ນຮູ້ຈັກຫວຽດນາມ ແລ້ວ, ຍ້ອນວ່າທ່ານ ແລະພັນລະຍາ ເຄີຍໄດ້ມາທ່ອງທ່ຽວຫວຽດນາມ, ມີຄວາມນິຍົມກ່ຽວກັບອາຫານການກິນຂອງຫວຽດນາມ. ທ່ານ Scholz ໄດ້ແວ່ຮ້ານອາຫານຫວຽດນາມ ຢູ່ Hamburg ເພື່ອກິນອາຫານຫວຽດນາມ. ດ້ວຍນ້ຳໃຈພິເສດນີ້, ທ່ານນາຍົກລັດຖະມົນຕີ Scholz ຍາມໃດກໍ່ຖືຫວຽດນາມ ຄືຄູ່ຮ່ວມມືສຳຄັນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເຊິ່ງເຢຍລະມັນ ຢາກເພີ່ມທະວີການຮ່ວມມື.

ເພາະສະນັ້ນ, ພາຍຫຼັງພິທີການທູດທີ່ບໍ່ສາມາດຂາດໄດ້ໃນການຢ້ຽມຢາມຢ່າງເປັນທາງການພ້ອມດ້ວຍບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍ, ວັນທີ 13 ພະຈິກ 2022, ຍາດແຍ່ງເວລາຫວ່າງລະຫວ່າງສອງເຫດການ, ທ່ານນາຍົກລັດຖະມົນຕີ Scholz ໄດ້ໄປຢ້ຽມຊົມໜອງ ຮວ່ານກ໊ຽມ. ຍ່າງໄປແຕ່ຖະໜົນຮ່າງງາຍ ຜ່ານສະໜາມຫຼວງດົງກິງເຫງ້ຍທູກ  ຊອດຖະໜົນດິງຕຽນຮວ່າງ, ສຸດທ້າຍ, ທ່ານ Scholz ເຂົ້າຢ້ຽມຊົມມໍລະດົກລະດັບຊາດພິເສດວິຫານ ງອັກເຊີນ-ວິຫານເກົ່າແກ່ທີ່ໄດ້ກໍ່ສ້າງແຕ່ສັດຕະວັດທີ 19 ແລະແມ່ນໜຶ່ງໃນບັນດາມໍລະດົກທີ່ລືຊື່ຂອງຮ່າໂນ້ຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ Scholz ໄດ້ຮັບຕົວໜັງສືບູຮານເມື່ອມາຢ້ຽມຢາມວິຫານ ງອັກເຊີນ, ເດືອນພະຈິກ 2022. ພາບ: Bundesregierung

ທ່ານນາຍົກລັດຖະມົນຕີ Scholz ໄດ້ມາຢ້ຽມຢາມ ແລະຖະຫວາຍທູບທຽນຢູ່ວິຫານແຫ່ງສັກກະລະບູຊາຂອງຄົນຫວຽດ. ໃນວິຫານ ງອັກເຊີນ ໄດ້ບູຊານັກວິລະຊົນ ເຈິ່ນຮຶງດ້າວ-ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນ 3 ຄັ້ງທີ່ບັນຊາທະຫານ ແລະປະຊາຊົນ ລາຊະວົງ  ເຈີ່ນ ຕີແຕກການຮຸກຮານຂອງພວກສັດຕູໃນສັດຕະວັດທີ 13, ຍາດເອົາເອກະລາດ, ສັນຕິພາບໃຫ້ມາຊາດຫວຽດນາມ. ກ່ອນການຢ້ຽມຢາມຮ່າໂນ້ຍ ສອງວັນຂອງທ່ານນາຍົກລັດຖະມົນຕີ Scholz, ກະຊວງປ້ອງກັນປະເທດສອງປະເທດຫວຽດນາມ ແລະເຢຍລະມັນ ໄດ້ເຊັນບົດບັນທຶກວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບແບ່ງປັນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ, ການແພດທະຫານ, ຮັກສາສັນຕິພາບສະຫະປະຊາຊາດ... ໃນສະຖານະການໂລກມີການຜັນແປສັບສົນຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ Scholz ເຊື່ອໝັ້ນວ່າ ເລື່ອງສອງປະເທດຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຈະປະກອບສ່ວນນຳມາເຊິ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະສາກົນ. ການນຳເຢຍລະມັນ ກໍ່ປາດຖະໜາຢາກໃຫ້ສອງປະເທດເປີດກວ້າງການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ-ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ.... ທ່ານນາຍົກລັດຖະມົນຕີ Scholz ເວົ້າກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ວ່າ “ສຳລັບເຢຍລະມັນ ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ”.

ໂດຍ: ແສງເດືອນ