ພະມະຫາອາຈານ ທິກແທັງຍິວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມ ພ້ອມກັບສະມາຊິກສະພາບໍລິຫານງານ ໄດ້ພ້ອມກັນຖະຫວາຍທູບທຽນ ແລະພ້ອມກັນສູດມົນ, ສະແດງຄວາມເຄົາລົບຜູ້ໄດ້ອຸທິດອາຍຸໜຸ່ມແໜ້ນ, ເລືອດເນື້ອເພື່ອເອກະລາດ, ຄວາມເປັນເອກະພາບຂອງປະເທດ.

ພິທີດັ່ງກ່າວບໍ່ພຽງແຕ່ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ສິ້ນສຸດສົງຄາມຢູ່ຫວຽດນາມ ເທົ່ານັ້ນ, ຫາກບອກເຕືອນໃຫ້ຊາວຫວຽດນາມ ແຕ່ລະຄົນຄິດຮອດເຖິງໄລຍະຕໍ່ສູ້ຢ່າງພິລະອາດຫານ ເພື່ອຍາດເອົາເອກະລາດ, ຄວາມເສເລລີພາບມາໃຫ້ປະເທດຊາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ