ດ້ວຍປະຫວັດສາດແຫ່ງການສ້າງຕັ້ງ ແລະພັດທະນາມາໄດ້ 25 ປີ, ມາຮອດປະຈຸບັນ, Viettel Post ໄດ້ກາຍເປັນໜຶ່ງໃນ 4 ເສົາຄໍ້າຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະແມ່ນໜຶ່ງໃນບັນດາວິສາຫະກິດສົ່ງເມດ່ວນແຖວໜ້າຢູ່ຫວຽດນາມ, ຮັບໃຊ້ວິສາຫະກິດກວ່າ 500.000 ແຫ່ງໃນທົ່ວປະເທດ.

leftcenterrightdel
ການນໍາ Viettel Post ຮັບຫຼຽນໄຊແຮງງານຊັ້ນ II. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນແທງນາມ, ເລຂາພັກ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແບ່ງປັນວ່າ: “ດ້ວຍພາລະກຳນຳໜ້າກຳລັງຫຼັກແຫຼ່ງໃນການສ້າງສັນສັງຄົມດີຈີຕອນ, Viettel ເວົ້າລວມ ແລະ Viettel Post ເວົ້າສະເພາະ ຍາມໃດກໍ່ມານະພະຍາຍາມເພື່ອສາມາດນຳເອົາບັນດາຜະລິດຕະພັນ ແລະການບໍລິການດີທີ່ສຸດມາໃຫ້ລູກຄ້າ, ປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງ logistics ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ການໄດ້ຮັບຫຼຽນໄຊແຮງງານຊັ້ນ II ນັ້ນ, ເປັນທັງຄວາມພາກພູມໃຈ ແລະເປັນທັງກໍາລັງໜູນ ເພື່ອໃຫ້ພະນັກງານ Viettel Post ແຕ່ລະຄົນສາມັກຄີກັນ, ພະຍາຍາມໃຫ້ຫຼາຍກວ່າເກົ່າ, ປ່ຽນແປງໃໝ່ຈິນຕະນາການ ແລະການກະທຳ, ມຸ່ງໄປເຖິງການກາຍເປັນບໍລິສັດຂົນສົ່ງເມດ່ວນທີ່ສຸດ - ມີອິດທິພົນຊື່ສຽງທີ່ສຸດ, ເປັນເບີ 1 ຂອງຫວຽດນາມ  ບົນພື້ນຖານເຕັກໂນໂລຢີສູງ ແລະບືນຕົວອອກສູ່ຕະຫຼາດສາກົນ.

ໂດຍ: ທະນາພອນ