ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຂົ້າຮ່ວມພິທີເປີດສະຫຼອງສູນຄົ້ນຄວ້າ ແລະພັດທະນາ Samsung
ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໊ງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສູນຄົ້ນຄວ້າ ແລະພັດທະນາ (R&D) ຂອງກຸ່ມບໍລິສັດ Samsung ຢູ່ຮ່າໂນ້ຍ.
ສູນ R&D ຂອງ Samsung ຢູ່ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງແຕ່ເດືອນມີນາ 2020, ຄາດວ່າ, Samsung ຈະດຳເນີນການຄົ້ນຄວ້າ ແລະພັດທະນາໂທລະສັບມືຖື, ໄອແພັດ, ຮາດເວ ແລະຊອບແວ, ດຶງດູດຜູ້ອອກແຮງງານປະມານ 3.000 ຄົນ.
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກວ່າ ເພື່ອໃຫ້ສູນ R&D ຂອງ Samsung ຢູ່ຮ່າໂນ້ຍ ເວົ້າສະເພາະ ແລະກຸ່ມບໍລິສັດ Samsung ເວົ້າລວມ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີກຸ່ມບໍລິສັດ Samsung ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະຍາວນານ ຢູ່ຫວຽດນາມ.
    |
 |
ພິທີເປີດສະຫຼອງສູນຄົ້ນຄວ້າ ແລະພັດທະນາ (R&D). ພາບ: ຮຸຍເລ |
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung. ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈ Samsung ທີ່ມີການປະກອບສ່ວນຕໍ່ຫວຽດນາມ ດ້ວຍບົດບາດເປັນວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍທີ່ສຸດ, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ, Samsung ຈະສືບຕໍ່ເປີດກວ້າງການເຄື່ອນໄຫວຄົ້ນຄວ້າ ແລະພັດທະນາ, ຍູ້ແຮງການບຳລຸງສ້າງຊັບພະຍາກອນມະນຸດ, ເຊື່ອມຕໍ່ກັບວິສາຫະກິດຫວຽດນາມ.
ສ່ວນທ່ານປະທານກຸ່ມບໍລິສັດ Samsung Lee Jae Yong ໃຫ້ຮູ້ວ່າ, Samsung ຈະຍູ້ແຮງການບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ ເພື່ອສາມາດຕອບສະໜອງສະພາບແວດລ້ອມແຫ່ງການເຮັດວຽກທົ່ວໂລກ ແລະສົມທົບກັບຝ່າຍຫວຽດນາມ ເພື່ອຍົກສູງອັດຕາຜະລິດຮາດເວ ແລະຊອບແວຢູ່ພາຍໃນປະເທດໃຫ້ຫຼາຍກວ່າ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ