leftcenterrightdel
ກອງປະຊຸມໃຫຍ່ ຄັ້ງທີ 1 ສະໄໝ 2022 – 2025. ພາບ: vov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈິ່ນທິເຟືອງລານ, ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ຮ່າໂນ້ຍ ໄດ້ແບ່ງປັນວ່າ ປັດຈຸບັນ ຮ່າໂນ້ຍ ມີວິສາຫະກິດ 25.000 ແຫ່ງ ກຳລັງເຄື່ອນໄຫວໃນຂົງເຂດ Logistics. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດເຫຼົ່ານີ້ ຫາກໍ່ຕອບສະໜອງໄດ້ປະມານ 25% ຄວາມຕ້ອງການຂອງການເຄື່ອນໄຫວເສດຖະກິດນະຄອນ, ສ່ວນຍັງເຫຼືອສ່ວນຫຼາຍແມ່ນບັນດາວິສາຫະກິດຕ່າງປະເທດຮັບຜິດຊອບ.

ຂະແໜງອຸດສາຫະກຳ ແລະການຄ້ານະຄອນ ຮ່າໂນ້ຍ ຫວັງວ່າ ສະຫະສະມາຄົມ Logistics ຮ່າໂນ້ຍ ຈະເປັນຂົວເຊື່ອມຕໍ່ລະຫວ່າງອຳນາດການປົກຄອງນະຄອນກັບການເຄື່ອນໄຫວ Logistics ເຊິ່ງພວມດຳເນີນໃນບໍລິເວນນະຄອນ, ເປັນເສນາທິການ ແລະສ່ອງແສງໃຫ້ເຫັນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາການເຄື່ອນໄຫວ Logistics ແລະ ວິສາຫະກິດທີ່ຕອບສະໜອງບໍລິການ Logistics, ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ