ໃນຂອບເຂດສັບປະດານ້ຳຫວຽດນາມ 2022 (VietNam Water Week 2022), ຕອນບ່າຍວັນທີ 10 ພະຈິກ, ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນສະໜອງ - ລະບາຍນ້ຳຫວຽດນາມ ກັບສະຫະພັນນ້ຳລາຊະອານາຈັກອັງກິດ ແລະຈັດການໂອ້ລົມສົນທະນາ “ການປ່ຽນແປງຂອງດິນຟ້າອາກາດ - ຄວາມໝັ້ນຄົງແຫຼ່ງນ້ຳ - ສະໜອງນ້ຳປອດໄພ” ຖືກດຳເນີນຢູ່ຮ່າໂນ້ຍ.

leftcenterrightdel
ພິທີລົງນາມຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ. ພາບ: baochinhphu.vn

ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຈະຮ່ວມມືໃນຫຼາຍຂົງເຂດຄື: ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ; ວິຊາການກ່ຽວກັບການຄຸ້ມຄອງນ້ຳ; ການຟື້ນຟູເຂດລຸ່ມແມ່ນ້ຳຢ່າງຮອບດ້ານ; ການປ່ຽນແປງໃໝ່ເຕັກນິກດີຈີຕອນສະຫງວນ ໃຫ້ນະຄອນອັດສະລິຍະ… ສອງຝ່າຍໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງລະບອບລະບຽບການ, ນະໂຍບາຍຂະແໜງນ້ຳຂອງບັນດາຝ່າຍ; ພ້ອມທັງ, ຮ່ວມມືຈັດບັນດາເຫດການຂອງຂະແໜງນ້ຳແຕ່ລະປະເທດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ