leftcenterrightdel
ເຊື່ອມຕໍ່ສາຍການບິນໄທເປ - ດ່າໜັງ ພາຍຫຼັງ 2 ປີທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ພາບ: Vov.vn

ຜູ້ຕາງໜ້າການນຳກົມທ່ອງທ່ຽວ, ສູນສົ່ງເສີມການທ່ອງທ່ຽວນະຄອນດ່າໜັງ, ສະໜາມບິນສາກົນດ່າໜັງ, ບໍລິສັດຫຸ້ນສ່ວນລົງທຶນ ແລະດຳເນີນທຸລະກິດສາກົນ  ແລະບໍລິສັດການບິນ Starlux ໄດ້ຈັດຕັ້ງລາຍການຕ້ອນຮັບຜູ້ໂດຍສານທຳອິດຈາກໄທເປ ກັບຄືນນະຄອນດ່າໜັງ ພາຍຫຼັງໄລຍະຖືກຢຸດຕິຍ້ອນພະຍາດ ໂຄວິດ-19.

ເມື່ອລົງສະໜາມບິນ, ຜູ້ໂດຍສານໃນຖ້ຽວບິນນີ້ໄດ້ຮັບດອກໄມ້ຊົມເຊີຍ ແລະຂອງຂວັນທີ່ລະນຶກ ແລະໄດ້ຮັບແນະນຳສະຖານທີ່ທ່ອງທ່ຽວຢູ່ນະຄອນດ່າໜັງ. ຖ້ຽວບິນດ່າໜັງ-ໄທເປ ໂດຍບໍລິສັດການບິນ Starlux ຂຸດຄົ້ນ 3 ຖ້ຽວຕໍ່ອາທິດເວລາບິນ 2 ຊົ່ວໂມງ 50 ນາທີ.

ຜູ້ຕາງໜ້າບໍລິສັດການບິນ Starlux ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຄາດວ່າ ຈະມີ 3 ຖ້ຽວບິນ/ອາທິດ ແລະອາດຈະເພີ່ມຖ້ຽວບິນຕື່ມອີກໃນເດືອນທັນວາ ຈະມາເຖິງ. ທ່ານ ຫງວຽນຊວນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຫວັງວ່າ ສາຍການບິນນີ້, ມີຄວາມໝາຍສຳຄັນທີ່ສຸດໃນໄລຍະທີ່ນະຄອນດ່າໜັງ ພວມມານະພະຍາຍາມຟື້ນຟູການທ່ອງທ່ຽວພາຍຫຼັງໄລຍະຖືກຜົນສະທ້ອນຈາກພະຍາດໂຄວິດ-19. ຈາກໝາກຜົນຂອງບັນດາໂຄງການສົ່ງເສີມຂອງນະຄອນ ແລະວົງຄະນະຍາດວິສາຫະກິດ, ພວກຂ້າພະເຈົ້າຫວັງວ່າ ໃນຊຸມເດືອນທ້າຍປີ 2022 ນັກທ່ອງທ່ຽວຈະມານະຄອນດ່າໜັງ ນັບມື້ນັບຫຼາຍຂຶ້ນ”.

ເລື່ອງບໍລິສັດການບິນ Starlux ເຊື່ອມຕໍ່ຖ້ຽວບິນໂດຍກົງ ໄທເປ - ດ່າໜັງ ຄືນໃໝ່, ປະກອບສ່ວນເພີ່ມຈຳນວນນັກທ່ອງທ່ຽວສາກົນມານະຄອນດ່າໜັງ ຕື່ມອີກ...

ໂດຍ: ໄຊນີດາ