ເພື່ອໃຫ້ວຽກງານບໍລິຫານບັນລຸປະສິດທິຜົນ, ທັນການ ແລະປະຢັດແຫຼ່ງກໍາລັງຮັບມືກັບພາຍຸ, Viettel ໄດ້ລະດົມບຸກຄະລາກອນ, ອຸປະກອນເຕັກນິກ ເພື່ອນໍາໃຊ້ໃນ “ສູນບໍລິຫານເຄືອຂ່າຍ (NOC) ກາງສະໜາມ” ຢູ່ 11 ແຂວງ, ນະຄອນ ທີ່ອາດຈະໄດ້ຮັບຜົນສະທ້ອນຈາກພາຍຸ.

leftcenterrightdel
Viettel ໄດ້ລະດົມບຸກຄະລາກອນ, ອຸປະກອນເຕັກນິກ ເພື່ອນໍາໃຊ້ໃນ “ສູນບໍລິຫານເຄືອຂ່າຍ (NOC) ກາງສະໜາມ”. ພາບ: qdnd.vn

NOC ກາງສະໜາມ ຈະປະຕິບັດການຕິດຕາມກວດກາ ແລະບໍລິຫານໂດຍກົງ ຢູ່ທ້ອງຖິ່ນຜ່ານຊອບແວ ໂດຍວິສະວະກອນຂອງ Viettel  ພັດທະນາ ຄື: ຊອບແວປ້ອງກັນ, ຕ້ານໄພທໍາມະຊາດ, ຕິດຕາມກວດກາເຄືອຂ່າຍ Metro, ຕິດຕາມກວດກາບັນດາຄາດໝາຍເຄືອຂ່າຍ  NetBI ເພື່ອແນໃສ່ຍົກອອກແຜນການເຄື່ອນໄຫວ ໃຫ້ພາລະກອນເຕັກນິກ.

ໃນປັດຈຸບັນ,  Viettel ແມ່ນກົມກອງ ຮັບປະກັນການຕິດຕໍ່ສື່ສານໃຫ້ຄະນະຊີ້ນໍາຢູ່ແນວໜ້າຮັບມືກັບພາຍຸ Noru ຕາມການຊີ້ນໍາຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ.

ໂດຍ: ທູຈາງ