leftcenterrightdel
ໜ່ວຍປະຈໍາການຜັນຂະຫຍາຍແຜນການກຽມພ້ອມຮັບມືກັບພາຍຸ. ພາບ: qdnd.vn

ພາຍຸລູກທີ 4 ໄດ້ຮັບການຕີລາຄາວ່າແມ່ນພາຍຸແຮງທີ່ສຸດໃນ 20 ປີຜ່ານມາ. ບັນດາພາຫະນະ, ກໍາລັງພວມກະກຽມທຸກດ້ານເພື່ອຮັບມືກັບພາຍຸ. ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸ, ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ແລະຊອກຫາກູ້ໄພ ໄດ້ມີໂທລະເລກທາງການຊີ້ນໍາບັນດາອົງການ, ກົມກອງ, ພິເສດແມ່ນກໍາລັງປະກອບອາວຸດທະຫານເຂດ 3,4,5, ກອງບັນຊາການທະຫານຊາຍແດນ, ເຫຼົ່າທັບເຮືອ, ຕໍາຫຼວດທະເລ... ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນຕ່າງໆ, ເປັນເຈົ້າການຈັດກໍາລັງ, ພາຫະນະຮັບມື, ຊອກຫາ, ກູ້ໄພ.

ປັດຈຸບັນ, ກອງທັບ ແລະບັນດາທ້ອງຖິ່ນ ໄດ້ລະດົມພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວ ກວ່າ 263.200 ຄົນ ເຂົ້າຮ່ວມປະຈໍາການ ແລະກຽມພ້ອມຮັບມືກັບພາຍຸລູກທີ 4. ມີກວ່າ 3.380  ພາຫະນະປະເພດຕ່າງໆ ພ້ອມແລ້ວທີ່ຈະສົມທົບກັບທ້ອງຖິ່ນຕ່າງໆ ເພື່ອຮັບມືກັບພາຍຸ.

ໂດຍ: ທູຈາງ