ຕອນບ່າຍວັນທີ 23 ກັນຍາ, ຢູ່ເມືອງລັກ (ແຂວງດັກລັກ), ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ສາຂາດັກລັກ ໄດ້ຈັດຕັ້ງພິທີມອບທຶນສຶກສາ 100 ທຶນ ຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ເນື່ອງໃນໂອກາດເຂົ້າສົກຮຽນໃໝ່ ປີ 2022-2023 ດ້ວຍມູນຄ່າທັງໝົດ 200 ລ້ານດົ່ງ.
ໃນປີ 2022, Viettel ສາຂາດັກລັກ ສືບຕໍ່ຜັນຂະຫຍາຍໂຄງການມອບທຶນສຶກສາໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ ຢູ່ 61 ຕາແສງຫຍຸ້ງຍາກເປັນພິເສດໃນ 11 ເມືອງ ດ້ວຍ 610 ທຶນ. ແຕ່ລະທຶນມີມູນຄ່າ 2 ລ້ານດົ່ງ, 10 ທຶນ/ຕາແສງ, ໃນນັ້ນ 5 ທຶນແມ່ນມອບໃຫ້ນັກຮຽນພົ້ນເດັ່ນ ແລະ 5 ທຶນແມ່ນມອບໃຫ້ນັກຮຽນມັດທະຍົມຕອນຕົ້ນ. ຍອດມູນຄ່າທຶນສຶກສາທີ່ມອບໃຫ້ທົ່ວແຂວງໃນປີ 2022 ແມ່ນ 1,22 ຕື້ດົ່ງ. ນັບແຕ່ປີ 2014 – 2021, Viettel ສາຂາດັກລັກ ໄດ້ມອບທຶນການສຶກສາ 3.770 ທຶນ ລວມຍອດມູນຄ່າ 4,380 ຕື້ດົ່ງ.
ໂດຍ: ທະນາພອນ
Type the code from the image