ສ້າງສະພາບແວດລ້ອມແກ່ງແຍ້ງທີ່ປອດໃສໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ ໃນອາຊຽນ
ກປ.ອອນໄລ - ການພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ (SMS) ພ້ອມກັບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະພັດທະນາຢ່າງຄົບຊຸດ, ແມ່ນຫົວຂໍ້ປຶກສາຫາລືຕົ້ນຕໍທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 54 (AEM-54) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.
ນີ້ແມ່ນຄໍາຢັ້ງຢືນຂອງທ່ານ Penn Sovicheat, ຮອງລັດຖະມົນຕີ, ໂຄສົກກະຊວງການຄ້າກໍາປູເຈຍ ທີ່ກອງປະຊຸມໃນຄັ້ງນີ້, ໃນນັ້ນຊີ້ແຈ້ງວ່າກອງປະຊຸມໄດ້ສຸມໃສ່ປຶກສາຫາລືຫົວຂໍ້ກ່ຽວກັບມາດຕະການຟື້ນຟູ ແລະພັດທະນາເສດຖະກິດຢູ່ພາກພື້ນອາຊຽນ ພາຍຫຼັງພະຍາດໂຄວິດ-19.
ທ່ານ Penn Sovicheat ໃຫ້ຮູ້ວ່າ ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບສ້າງກົນໄກຊຸກຍູ້ການແກ່ງແຍ້ງ, ສ້າງສະພາບແວດລ້ອມສະດວກໃຫ້ວິສາຫະກິດຂະໜາດນ້ອຍ ແລະກາງຂອງບັນດາປະເທດໃນພາກພື້ນ ເຂົ້າຕະຫຼາດອາຊຽນ.
    |
 |
ທ່ານ Penn Sovicheat, ຮອງລັດຖະມົນຕີ, ໂຄສົກກະຊວງການຄ້າກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາລັດຖະມົນຕີເສດຖະກິດອາຊຽນ ໃຫ້ຂໍ້ສັງເກດວ່າ ການປະຕິບັດກົດໝາຍວ່າດ້ວຍການແກ່ງແຍ້ງ ໃຫ້ເປັນຢ່າງດີຈະຊຸກຍູ້ວິວັດການປະຕິບັດນະໂຍບາຍເສດຖະກິດດີຈີຕອນ, ປະກອບສ່ວນພັດທະນາຕະຫຼາດດີຈີຕອນ, ຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະກາງ ໃນອາຊຽນສາມາດດໍາເນີນທຸລະກິດ ໃນສະພາບແວດລ້ອມແກ່ງແຍ້ງທີ່ປອດໃສ.
ຄຽງຂ້າງນັ້ນ, ບັນດາລັດຖະມົນຕີເສດຖະກິດອາຊຽນ ກໍ່ຕົກລົງເພີ່ມທະວີການຜັນຂະຫຍາຍແຜນການດໍາເນີນງານຮ່ວມ ກ່ຽວກັບການແກ່ງແຍ້ງ ຮອດປີ 2025 ເພື່ອແນໃສ່ “ເປີດກວ້າງຂົງເຂດແກ່ງແຍ້ງຂອງຕະຫຼາດປ່ຽນແປງໃໝ່ປະດິດຄິດສ້າງ ແລະຊຸກຍູ້ພັດທະນາບັນດາພື້ນຖານເສດຖະກິດອາຊຽນ ຢ່າງຂະຫຍັນຂັນເຄື່ອນ”.
ໂດຍ: ທູຈາງ