ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຮັບຟັງບົດປະກອບຄໍາເຫັນ 15 ບົດ, ໃນນັ້ນໄດ້ເຕື້ອງເຖິງນະໂຍບາຍກົດໝາຍ ເຊິ່ງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມສົນໃຈ ຄື: ສັນຊາດ, ການເຂົ້າອອກເມືອງ, ເຮືອນຢູ່, ທີ່ດິນ, ການເລືອກຕັ້ງ, ການລົງທຶນ, ເຮັດວຽກ, ບົດບາດຂອງຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ...

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນແມ້ງຕ໊ຽນ, ຮອງປະທານກໍາມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຢັ້ງຢືນວ່າ ບັນດາຄໍາເຫັນປະກອບຂອງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພື້ນຖານສໍາຄັນເພື່ອໃຫ້ບັນດາອົງການກ່ຽວຂ້ອງຄົ້ນຄວ້າ, ສະເໜີຕໍ່ລັດຖະບານ ແລະສະພາແຫ່ງຊາດ ພິຈາລະນາ, ປັບປຸງ, ເພີ່ມເຕີມ, ປັບປຸງນະໂຍບາຍກົດໝາຍໃຫ້ສົມບູນແບບ, ຫັນລະບຽບການບໍລິຫານເປັນງ່າຍດາຍ ເພື່ອແນໃສ່ຕອບສະໜອງຄວາມມຸ່ງຫວັງຂອງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ໄດ້ດີກວ່າອີກ.

ໂດຍ: ທູຈາງ