ໃນ 6 ເດືອນ ຕົ້ນປີ 2022, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ສໍາເລັດຄາດໝາຍດໍາເນີນທຸລະກິດທັງໝົດ, ລາຍຮັບເພີ່ມຂຶ້ນ 6,6%; ກໍາໄລເພີ່ມຂຶ້ນ 21,7%.

leftcenterrightdel
ສໍານັກງານຂອງກຸ່ມບໍລິສັດ Viettel. ພາບ: ເຈິ່ນເທາະ.

ກ່າວຄໍາເຫັນທີ່ກອງປະຊຸມປະເມີນຜົນ, ທ່ານພັນເອກພິເສດ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການໃຫຍ່ Viettel ໃຫ້ຮູ້ວ່າ “ປີ 2022 ແມ່ນປີທີສາມທີ່ Viettel ຖະແຫຼງການຫັນເປັນບໍລິສັດເຕັກໂນໂລຢີ, ບໍລິສັດສະໜອງການບໍລິການດີຈີຕອນ. Viettel ຈະສືບຕໍ່ນໍາໜ້າໃນການໝູນໃຊ້ບັນດາເຕັກໂນໂລຢີດັ່ງກ່າວ ເພື່ອນໍາມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ, ຄວາມວັດທະນາຖາວອນ ໃຫ້ແກ່ປະເທດຊາດ, ກາຍເປັນວິສາຫະກິດອັນດັບ 1 ກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດ, ບັນດາຜະລິດຕະພັນຫັນປ່ຽນດີຈີຕອນ ເພື່ອກໍ່ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ... Viettel ກໍລະດົມກໍາລັງແຮງຢູ່ພາຍໃນ ແລະນອກ Viettel, ທັງຢູ່ພາຍໃນ ແລະຕ່າງປະເທດ ເພື່ອໃຫ້ມີຜະລິດຕະພັນບຸກທະລຸ, ຄອງຕະຫຼາດ”.

ໂດຍ: ທູຈາງ