ນີ້ແມ່ນຜະລິດຕະພັນທຳອິດທີ່ນຳໃຊ້ເຕັກໂນໂລຢີ IoT ຢູ່ຫວຽດນາມ ໂດຍ Viettel ເປັນເຈົ້າຂອງ ແລະສະໜອງອອກສູ່ຕະຫຼາດແນໃສ່ຊ່ວຍໃຫ້ຊີວິດການເປັນຢູ່ຂອງແຕ່ລະຄົນນັບມື້ນັບອັດສະລິຍະ ແລະມີປະໂຫຍດກວ່າ. ນຳໃຊ້ເຕັກໂນໂລຢີ Locate ສາມໃນໜຶ່ງ  (GPS, Wifi, LBS), vTag ມີບັນດາລັກສະນະດີເລີດ, ຄື: ສ້າງເຂດປອດໄພ, ກ່າວເຕືອນ SOS, ຄວບຄຸມອັດສະລິຍະ... ຊ່ວຍໃຫ້ລູກຄ້າຄຸ້ມຄອງຊັບສົມບັດ ແລະເຄື່ອງໃຊ້ສ່ວນຕົວ...

leftcenterrightdel
vTag ສາມາດໜູນຊ່ວຍການຕິດຕາມກວດກາເດັກນ້ອຍໃນທຸກເວລາ, ທຸກບ່ອນ. ພາບ: qdnd.vn

ເວົ້າເຖິງຄວາມແຕກຕ່າງຂອງຜະລິດຕະພັນ, ທ່ານ ຫງວຽນຈ້ອງຕິ໊ງ ຮອງຜູ້ອຳນວຍການໃຫຍ່ Viettel Telecom ໃຫ້ຮູ້ວ່າ vTag ນຳໃຊ້ເຕັກໂນໂລຢີ Locate ດາວທຽມ GPS ແລະສັນຍານມືຖືຊ່ວຍຕິດຕາມກວດກາເປົ້າໝາຍທຸກເວລາ, ທຸກບ່ອນ. ໃນຂະນະນັ້ນ, ບັນດາອຸປະກອນຊອກຫາວັດຖຸສິ່ງຂອງອື່ນໆໃນຕະຫຼາດທີ່ນຳໃຊ້ເຕັກໂນໂລຢີ bluetooth ພຽງແຕ່ຄົ້ນພົບໄດ້ເມື່ອໃກ້ກັບໂທລະສັບສະຫຼາດ (10-20m). ເປັນອັນວ່າ, ອຸປະກອນ Vtag ສາມາດແກ້ໄຂໄດ້ບັນຫານີ້ເມື່ອມີສັນຍານມືຖື.

ວາງເປົ້າໝາຍແມ່ນວິສາຫະກິດນຳໜ້າໃນການສ້າງສັງຄົມດີຈີຕອນຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ, Viettel Telecom ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອນຳໃຊ້ເຕັກໂນໂລຢີ IoT ໃນການພັດທະນາຜະລິດຕະພັນສະຫຼາດ ໃນພື້ນຖານໂທລະຄົມມະນາຄົມ ແລະຍົກສູງການເຂົ້າຮ່ວມຂອງລູກຄ້າ. ໃນນັ້ນ, vTag ແມ່ນຜະລິດຕະພັນທຳອິດທີ່ນຳໃຊ້ເຕັກໂນໂລຢີ IoT ຢູ່ຫວຽດນາມ ໂດຍ Viettel ເປັນເຈົ້າຂອງ ແລະສະໜອງອອກສູ່ຕະຫຼາດແນໃສ່ຊ່ວຍໃຫ້ຊີວິດການເປັນຢູ່ຂອງແຕ່ລະຄົນນັບມື້ນັບອັດສະລິຍະ ແລະມີປະໂຫຍດກວ່າ.

ໂດຍ: ເຈິ່ນຮວ່ຽນ