ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານ ເຈິ່ນຕວ໊ນແອັງ ຫົວໜ້າຄະນະເສດຖະກິດສູນກາງ ຕີລາຄາສູງໝາກຜົນ, ຜົນງານທີ່ຕັ້ງໜ້າເຊິ່ງ Viettel ບັນລຸໄດ້ໃນຊຸມປີຜ່ານມາ. Viettel ແມ່ນວິສາຫະກິດທໍາອິດ ເຊິ່ງຄະນະຊີ້ນໍາສູນກາງສ້າງແຜນຮ່າງມາເຮັດວຽກໂດຍກົງ, ສິ່ງດັ່ງກ່າວສະແດງໃຫ້ເຫັນບົດບາດສໍາຄັນພິເສດຂອງກຸ່ມບໍລິສັດໃນວິວັດການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກກ່ຽວກັບການຫັນເປັນອຸດສາຫະກໍາ, ທັນສະໄໝ, ໂດຍສະເພາະແມ່ນໃນການພັດທະນາອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ, ໂທລະຄົມມະນາຄົມ, ກໍ່ສ້າງໂຄງລ່າງດີຈີຕອນ; ພັດທະນາອຸດສາຫະກໍາປ້ອງກັນຊາດຕາມທິດມີຄຸນປະໂຫຍດສອງຢ່າງ, ເຊື່ອມຕໍ່ກັບອຸດສາຫະກໍາພົນລະເຮືອນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ; ພັດທະນາຂະແໜງອາຊີບໃໝ່, ຄື: ຂະແໜງອຸດສາຫະກໍາອາວຸດເຕັກໂນໂລຢີສູງ, ຂະແໜງອຸດສາຫະກໍາຄວາມໝັ້ນຄົງທາງອິນເຕີແນັດ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານ ເຈິ່ນຕວ໊ນແອັງ ເຊື່ອໝັ້ນວ່າ ດ້ວຍຈິດໃຈກ້າຄິດກ້າທໍາ, Viettel ຈະແມ່ນກົມກອງນໍາໜ້າໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4, ຈາກນັ້ນແຜ່ຂະຫຍາຍເຖິງຂົງເຂດຕ່າງໆ, ສວມບົດບາດແມ່ນວິສາຫະກິດຊັກນໍາໃນຂະແໜງໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນວິວັດການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝ.

ໂດຍ: ທູຈາງ