ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງ Preah Sihanouk ສົມທົບກັບຄະນະບໍລິຫານງານສະມາຄົມຂະແມ-ຫວຽດນາມ ແຂວງ Kampot ແລະຜູ້ມີຈິດໃຈໃສສັດທາ, ຈັດຕັ້ງການມອບຂອງຂວັນ 230 ພູດໃຫ້ຄອບຄົວ ແລະຫຼານນ້ອຍເຍົາວະຊົນເຊື້ອຊາດຫວຽດນາມ ແລະຊາວກໍາປູເຈຍ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ Kampot.

leftcenterrightdel
ບັນດາຄອບຄົວເຊື້ອຊາດຫວຽດນາມ ແລະຊາວກໍາປູເຈຍ ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ Kampot, ກໍາປູເຈຍ ມາຮັບເຄື່ອງຊ່ວຍເຫຼືອ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າໃຫ້ປະຊາຄົມປະເທດປະຈໍາຖິ່ນ, ທ່ານ Por Suon ປະທານຕາແສງ Trey Koh, ນະຄອນ Kampot, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ກັບປະຊາຊົນກໍາປູເຈຍ, ພ້ອມທັງຢ້ັງຢືນວ່າຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ ຢູ່ທ້ອງຖິ່ນພັດທະນາ, ປະກອບສ່ວນຮັກສານໍ້າໃຈມິດຕະພາບລະຫວ່າງສອງປະເທດກໍາປູເຈຍ-ຫວຽດນາມ.

leftcenterrightdel
ທ່ານ ຫວູງອັກລີ໊ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງ Preah Sihanouk, ກໍາປູເຈຍ ແລະການນໍາອໍານາດການປົກຄອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວູງອັກລີ໊ ຫົວໜ້າສະຖານກົງສູນໃຫຍ່ ຕີລາຄາສູງຈິດໃຈຮັກແພງຊ່ວຍເຫຼືອກັນຂອງຜູ້ມີຈິດໃຈໃສສັດທາ, ຜູ້ອອກແຮງງານຊາວຫວຽດນາມ ອາໄສຢູ່ແຂວງ Preah Sihanouk ໄດ້ປະກອບສ່ວນບໍລິຈາກເພື່ອຊ່ວຍເຫຼືອ, ແບ່ງປັນກັບຜູ້ທີ່ປະສົບກັບຄວາມຫຍຸ້ງຍາກພິເສດໃນປະຊາຄົມ. ໃນໄລຍະຈະມາເຖິງ, ສະຖານກົງສູນໃຫຍ່ຈະສືບຕໍ່ສົມທົບກັບຄະນະບໍລິຫານງານສະມາຄົມຂະແມ-ຫວຽດນາມ ບັນດາແຂວງຢູ່ບໍລິເວນສືບຕໍ່ຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍ, ໜູນຊ່ວຍປະຊາຄົມ.

ໂດຍ: ໄຊນີດາ