leftcenterrightdel
ພະຍາດໝາກສຸກລີງ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັ້ນແລ້ວ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້: ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ລະດົມທຸກຂັ້ນ, ຂະແໜງການ, ໝູ່ຄະນະເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດໝາກສຸກລີງ; ຕິດຕາມພະຍາດຢູ່ດ່ານຊາຍແດນໃນວົງຄະນະຍາດ, ກວດພົບຜູ້ຕິດພະຍາດຢ່າງວ່ອງໄວ, ປິ່ນປົວຢ່າງທັນການ, ຈຳກັດຜູ້ເສຍຊີວິດຢູ່ໃນລະດັບຕ່ຳສຸດ, ແກ້ໄຂເຂດເກີດພະຍາດ; ກະກຽມຢຸກຢາ, ອຸປະກອນ, ບ້ວງລາຍຈ່າຍ ເພື່ອຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂລກລະບາດ, ຮັບ ແລະປິ່ນປົວບັນດາກໍລະນີຕິດພະຍາດ.

ສຳລັບກະຊວງສາທາລະນະສຸກ, ຕ້ອງຕິດຕາມຢ່າງແໜ້ນແຟ້ນ, ອັບເດດຂໍ້ມູນສະພາບການພະຍາດ, ຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ເພື່ອເປັນເຈົ້າການມີມາດຕະການປ້ອງກັນ, ຕ້ານພະຍາດ, ປິ່ນປົວຢ່າງມີປະສິດທິຜົນ ແລະທັນການ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ