leftcenterrightdel
ການນໍານະຄອນໂຮ່ຈີມິນ ຕ້ອນຮັບທ່ານນາງ Ingrid Christensen. ພາບ: ຊວນຢຸຍ.

ຕາງໜ້າການນໍານະຄອນໂຮ່ຈີມິນ, ທ່ານ ເຢືອງແອັງດຶກ ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ ແລະເຮັດວຽກຂອງທ່ານນາງ Ingrid Christensen ແລະຕີລາຄາສູງຄວາມມານະພະຍາຍາມຂອງ ILO ຕໍ່ນະຄອນໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາໂຄງການຂຶ້ນກັບຂົງເຂດແຮງງານ ໂດຍ ILO ໜູນຊ່ວຍ. ນະຄອນໂຮ່ຈີມິນ ຈະມານະພະຍາຍາມກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນກັບ ILO ໃນການຊຸກຍູ້ການແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງ ເພື່ອຮັບປະກັນໃຫ້ບັນດາໂຄງການ ປະຕິບັດຖືກກັບຄວາມຄືບໜ້າ.

ສ່ວນທ່ານນາງ Ingrid Christensen ກໍ່ຕີລາຄາສູງການຮ່ວມມືຂອງນະຄອນ, ພ້ອມທັງໃຫ້ຮູ້ວ່າ ILO ຈະສືບຕໍ່ສົມທົບກັບນະຄອນໂຮ່ຈີມິນ ໃຫ້ຫຼາຍກວ່າອີກໃນບັນດາການເຄື່ອນໄຫວຮັບປະກັນສິດ ແລະຜົນປະໂຫຍດ, ນໍາເອົາສະພາບແວດລ້ອມແຫ່ງການເຮັດວຽກດີທີ່ສຸດມາໃຫ້ຜູ້ອອກແຮງງານ.

ໂດຍ: ທູຈາງ