ລາຍການອາສາສະໝັກລະດູແລ້ງ ປີ 2022 ຂອງໄວໜຸ່ມນະຄອນໂຮ່ຈີມິນ ມີການເຂົ້າຮ່ວມຂອງນັກຮົບອາສາສະໝັກກວ່າ 360.000 ເທື່ອຄົນ, ໄດ້ຮັບການຜັນຂະຫຍາຍ ແຕ່ວັນທີ 5 ມິຖຸນາ ຫາວັນທີ 15 ສິງຫາ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີເປີດ. ພາບ: ຮຸ່ງຄວາ.

ປີນີ້, ບັນດາລາຍການອາສາສະໝັກລະດູແລ້ງ ສືບຕໍ່ປະຕິບັດ “3 ຮ່ວມ”: ຮ່ວມວັນຈຸດສູງ, ຮ່ວມເປົ້າໝາຍ, ຮ່ວມກິດຈະການ. ຄຽງຂ້າງນັ້ນ, ແຕ່ລະລາຍການອາສາສະໝັກລະດູແລ້ງ ກໍກໍານົດເປົ້າໝາຍສະເພາະ, ກິດຈະການສະເພາະ. ບໍລິເວນເຄື່ອນໄຫວດໍາເນີນໂດຍສຸມໃສ່ຢູ່ 21 ເມືອງ ແລະນະຄອນຖຸດຶກ ຂອງນະຄອນໂຮ່ຈີມິນ. ນອກຈາກນັ້ນ, ຍັງຈັດກໍາລັງທີ່ບັນດາແຂວງ ຢູ່ເຂດຕາເວັນອອກພາກໃຕ້, ໄຕງວຽນ, ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ເມືອງເກາະຝຸກຸຍ (ແຂວງບິ່ງຖ້ວນ) ແລະປະເທດເພື່ອນລາວ.

ພາຍຫຼັງພິທີເປີດ ຢູ່ຂັ້ນນະຄອນ, ນັກຮົບອາສາສະໝັກຂອງບັນດາລາຍການ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວວັນຈຸດສູງ “ນັກຮົບອາສາສະໝັກເພື່ອສິ່ງແວດລ້ອມນະຄອນ” ຕອບສະໜອງວັນສິ່ງແວດລ້ອມໂລກ (ວັນທີ 5 ມິຖຸນາ).

ໂດຍ: ຈາງຫງວຽນ