ເຫດການເປັນຂີດໝາຍບາດກ້າວພັດທະນາສໍາຄັນ ໃນວິວັດການຫັນປ່ຽນດີຈີຕອນຂອງມະຫາວິທະຍາໄລວິງ, ມຸ່ງໄປເຖິງເປົ້າໝາຍຍູ້ແຮງການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຄຸ້ມຄອງ ແລະໜູນຊ່ວຍການເຄື່ອນໄຫວສອນ-ຮຽນ, ຄົ້ນຄວ້າວິທະຍາສາດ, ປະກອບສ່ວນຍົກສູງຄຸນນະພາບການສຶກສາ-ກໍ່ສ້າງ ໄລຍະ 2022-2025.

leftcenterrightdel
ຜູ້ຕາງໜ້າສອງອົງການ ເຊັນຂໍ້ຕົກລົງຮ່ວມມື. ພາບ: qdnd.vn.

ຕາມນັ້ນແລ້ວ, ສອງຝ່າຍ ຈະພ້ອມກັນຮ່ວມມືຜັນຂະຫຍາຍ 4 ກຸ່ມ ທີ່ນໍາໃຊ້ມາດຕະການ, ລວມມີ: ນໍາໃຊ້ຊອບແວໃນການຄຸ້ມຄອງ ແລະສິດສອນ; ຜັນຂະຫຍາຍລາຍການບໍາລຸງສ້າງເປັນປະຈໍາ; ຜັນຂະຫຍາຍລະບົບສອນ-ຮຽນທາງເຄືອຂ່າຍອິນເຕີແນັດ; ຜັນຂະຫຍາຍສາງເອກະສານການຮຽນດີຈີຕອນ. ໃນນັ້ນ, ພົ້ນເດັ່ນແມ່ນການຜັນຂະຫຍາຍມາດຕະການ Viettel LMS (Learning Management System) ເພື່ອຮັບໃຊ້ວຽກງານບໍາລຸງສ້າງທີ່ເປັນປະຈໍາຜ່ານເຄືອຂ່າຍອິນເຕີແນັດໃຫ້ຄູສອນ ແລະພະນັກງານຄຸ້ມຄອງທີ່ບັນດາຮາກຖານສຶກສາສາມັນ.

ລະບົບນິເວດສຶກສາດີຈີຕອນຂອງ Viettel ຊ່ວຍວຽກງານຄຸ້ມຄອງໂຮງຮຽນ ທີ່ຮາກຖານສຶກສາກວ່າ 25.000 ແຫ່ງ; ຜັນຂະຫຍາຍການຝຶກອົບຮົມໃຫ້ຄູສອນ ແລະພະນັກງານຄຸ້ມຄອງ 800.000 ຄົນ ໃນທົ່ວປະເທດໃຫ້ດີທີ່ສຸດ... ລະບົບ Viettel LMS ແມ່ນໜຶ່ງພາກສ່ວນທີ່ສໍາຄັນໃນລະບົບນິເວດສຶກສາດີຈີຕອນຂອງ Viettel, ຕອບສະໜອງຄວາມຮຽກຮ້ອງເຊື່ອມຕໍ່ພື້ນຖານຂໍ້ມູນລວມ ຂອງຂະແໜງສຶກສາ ກັບບັນດາພື້ນຖານອື່ນໆໃນລະບົບນິເວດຢ່າງຄົບຊຸດ.

ໂດຍ: ຈາງຫງວຽນ