ທີ່ການຕ້ອນຮັບ, ທ່ານ ເຈິ່ນຕວ໊ນແອັງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດຄໍາໝັ້ນສັນຍາປ່ອຍອາຍພິດລົງເປັນ 0 ໃນປີ 2050 ທີ່ໄດ້ຍົກອອກຢູ່ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ-COP 26, ທ່ານກໍ່ສະເໜີໃຫ້ຝ່າຍອັງກິດ ແລະອີຢູ ເພີ່ມທະວີການຮ່ວມມື ແລະໜູນຊ່ວຍຫວຽດນາມ ດ້ານເຕັກນິກ, ເຕັກໂນໂລຢີ, ປະສົບການ, ຂໍ້ລິເລີ່ມ, ແຫຼ່ງທຶນເພື່ອປະຕິບັດບັນດາເປົ້າໝາຍຄໍາໝັ້ນສັນຍາກ່ຽວກັບດິນຟ້າອາກາດ, ພັດທະນາເສດຖະກິດສີຂຽວ, ຍືນຍົງ.

leftcenterrightdel
ທ່ານ ເຈິ່ນຕວ໊ນແອັງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບ ແລະເຮັດວຽກກັບທ່ານ John Murton - ທູດພິເສດຂອງລັດຖະບານອັງກິດ ຮັບຜິດຊອບກ່ຽວກັບກອງປະຊຸມ COP26. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະປະຕິບັດງານ ໄດ້ສະແດງຄວາມປະທັບໃຈຕໍ່ຄວາມມານະພະຍາຍາມ ແລະຄວາມຕັດສິນໃຈປະຕິບັດບັນດາຄໍາໝັ້ນສັນຍາ, ເປົ້າໝາຍກ່ຽວກັບດິນຟ້າອາກາດ,  ການຫັນປ່ຽນພະລັງງານ, ການພັດທະນາເສດຖະກິດແບບຍືນຍົງຂອງຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື,  ໜູນຊ່ວຍຫວຽດນາມ ໃນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕັ້ງໜ້າຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງອີຢູ, ອັງກິດ ກັບຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ແທດຈິງ, ເໝາະສົມກັບຄວາມປາດຖະໜາ ແລະຜົນປະໂຫຍດຂອງຝ່າຍຕ່າງໆ.

ໂດຍ: ທູຈາງ