ຊີເກມ 31 ມີ 40 ປະເພດກິລາ, ດ້ວຍ 526 ລາຍການ ແລະຄາດວ່າມີຜູ້ເຂົ້າຮ່ວມປະມານ 10.000 ຄົນ. ຕາມລາຍການ, ບັນດາການເຄື່ອນໄຫວ ຊີເກມ 31 ຈະດໍາເນີນແຕ່ວັນທີ 6 ພຶດສະພາ, ຈຸດສຸມແຕ່ວັນທີ 12 ຫາວັນທີ 23 ພຶດສະພາ, ຢູ່ນະຄອນຮ່າໂນ້ຍ ແລະ 11 ແຂວງ, ນະຄອນພາກເໜືອ. ຮ່າໂນ້ຍແມ່ນທ້ອງຖິ່ນຈັດຕັ້ງພິທີເປີດ, ປິດ ແລະແຂ່ງຂັນ 18 ປະເພດກິລາ. ດ້ວຍບົດບາດຮັບປະກັນສະໜອງໄຟຟ້າໃນບໍລິເວນນະຄອນ, ກຸ່ມບໍລິສັດໄຟຟ້ານະຄອນຮ່າໂນ້ຍ (EVNHANOI) ໄດ້ກຽມພ້ອມບັນດາມາດຕະການຮັບປະກັນສະໜອງໄຟຟ້າຮັບໃຊ້ຊີເກມ 31 ຢ່າງປອດໄພ, ໝັ້ນຄົງ, ພິເສດແມ່ນສະຖານທີ່ຈັດຕັ້ງບັນດາເຫດການເປີດ, ປິດ, ບັນດາສະຖານທີ່ແຂ່ງຂັນ, ຝຶກແອບ ແລະພັກເຊົາ.

leftcenterrightdel
ກຳມະກອນບໍລິສັດໄຟຟ້ານາມດິ້ງ ກວດກາລະບົບໄຟຟ້າຢູ່ສະໜາມກິລາທຽນເຈື່ອງ. ພາບ: ແຄ໊ງອານ.

ຕາມສະຫາຍ ຫງວຽນແອັງຢູງ, ຮອງຜູ້ອຳນວຍການໃຫຍ່ EVNHANOI, ບໍລິສັດໃຫຍ່ ສົມທົບກັບຄະນະຄຸ້ມຄອງເຂດກິລາປະສົມແຫ່ງຊາດໝີດິ່ງ, ຫໍປະຊຸມແຫ່ງຊາດ, ບັນດາຫໍກິລາຢູ່ 13 ເມືອງ ເພື່ອກວດກາ, ນຳໃຊ້ທົດລອງຈັກປັ່ນໄຟຟ້າ ແລະລະບົບໄຟຟ້າ. ບັນດາບໍລິສັດໄຟຟ້າກໍ່ໄດ້ເປັນເຈົ້າການເຮັດວຽກກັບບັນດາອົງການ, ອຳນາດການປົກຄອງທ້ອງຖິ່ນ ເພື່ອອັບເດດຂໍ້ມູນກ່ຽວກັບສະຖານທີ່ຝຶກແອບ, ແຂ່ງຂັນ, ບັນດາບ່ອນຮັບໃຊ້ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ ຊີເກມ 31, ບ່ອນກິນຢູ່ພັກເຊົາຂອງບັນດາຄະນະແຂກສາກົນ... ບັນດາສະຖານທີ່ຮັບໃຊ້ເຫດການຈະໄດ້ສະໜອງໄຟຟ້າດ້ວຍຕາຂ່າຍໄຟຟ້າ ແລະຈັກປັ່ນໄຟຟ້າ. ທຸກຫົວໜ່ວຍຂຶ້ນກັບ VNHANOI ຈະຈັດຕັ້ງການເວນຍາມ ແລະແກ້ໄຂເຫດການ, ສ້ອມແປງໄຟຟ້າ 24/24 ຊົ່ວໂມງໃນຕະຫຼອດໄລຍະດໍາເນີນ ຊີເກມ 31.

ກ່ຽວກັບການຮັບປະກັນການສະໜອງໄຟຟ້າຮັບໃຊ້ສະຖານທີ່ຝຶກແອບ, ຈັດຕັ້ງການແຂ່ງຂັນ ແລະພັກເຊົາ (ໂຮງແຮມ) 60 ແຫ່ງໃນບໍລິເວນ 11 ແຂວງພາກເໜືອທີ່ຈັດຕັ້ງການແຂ່ງຂັນກິລາ ຊີເກມ 31, ບໍລິສັດໃຫຍ່ໄຟຟ້າພາກໃຕ້ (EVNNPC) ຢັ້ງຢືນວ່າ ມາຮອດປະຈຸບັນນີ້, EVNNPC ໄດ້ກຽມພ້ອມມາດຕະການສະໜອງໄຟຟ້າຢ່າງໜ້ອຍສຸດແມ່ນຈາກສອງຕາຂ່າຍໄຟຟ້າ ແລະມີຈັກປັ່ນໄຟຟ້າກຽມເພື່ອ. ສະຫາຍ ຫວູແອງເຟືອງ, ຮອງຜູ້ອຳນວຍການໃຫຍ່ EVNNPC ໃຫ້ຮູ້ວ່າ “ຮອດປະຈຸບັນ, 11 ບໍລິສັດໄຟຟ້າແຂວງ, ນະຄອນຂຶ້ນກັບ EVNNPC (ບັ໊ກນິງ, ບັ໊ກຢາງ, ຫາຍເຢືອງ, ຫາຍຟ່ອງ, ຮ່ານາມ, ຮວ່າບິ່ງ, ນິງບິ່ງ, ນາມດິ້ງ, ກວາງນິງ, ຟູ໊ທໍ້ ແລະຫວິງຟຸກ) ໄດ້ສຳເລັດມາດຕະການຮັບປະກັນສະໜອງໄຟຟ້າໃຫ້ບັນດາສະຖານທີ່ແຂ່ງຂັນ, ບ່ອນພັກເຊົາ ແລະຝຶກແອບຂອງນັກກິລາເຂົ້າຮ່ວມ ຊີເກມ 31”.

ກວາງນິງແມ່ນທ້ອງຖິ່ນມີສະຖານທີ່ຈັດຕັ້ງຊີເກມ 31 ລວມມີ 15 ແຫ່ງ, ໃນນ້ັນມີຫໍກິລາ, ສະໜາມກິລາ, ເຂດຈັດຕັ້ງງານຕະຫຼາດນັດ ແລະງານວາງສະແດງພ້ອມກັບໂຮງແຮມ 10 ແຫ່ງເປັນບ່ອນພັກເຊົາຮັບໃຊ້ນັກກິລາ, ຄະນະຈັດຕັ້ງການແຂ່ງຂັນກິລາ... ສະຫາຍ ຫງວຽນແທັງຕິ້ງ, ຜູ້ອຳນວຍການບໍລິສັດໄຟຟ້າກວາງນິງ ໃຫ້ຮູ້ວ່າ ຈົນຮອດປະຈຸບັນ, ໄຟຟ້າກວາງນິງ ໄດ້ກວດກາ, ແກ້ໄຂບັນດາເຫດທີ່ເກີດຂຶ້ນໃນຕາຂ່າຍໄຟຟ້າເພື່ອຮັບປະກັນສະໜອງໄຟຟ້າຢ່າງປອດໄພໃຫ້ບັນດາສະຖານທີ່ແຂ່ງຂັນ, ຝຶກແອບ, ພັກເຊົາຂອງບັນດາຄະນະເຂົ້າຮ່ວມໃນຕະຫຼອດໄລຍະດຳເນີນຊີເກມ 31. ພິເສດ, ຢູ່ບັນດາສະຖານທີ່ແຂ່ງຂັນ (ຮ້າລອງ, ອວງບີ໊, ເກີ໊ມຝາ), ໄຟຟ້າບັນດາທ້ອງຖິ່ນໄດ້ດຳເນີນການກວດກາດ້ານເຕັກນິກ, ຄວາມປອດໄພຢ່າງເຖິງຖອງແລ້ວ.

ເນັ້ນໜັກຄວາມຮຽກຮ້ອງຕ້ອງຮັບປະກັນສະໜອງໄຟຟ້າຮັບໃຊ້ຊີເກມ 31 ຢ່າງປອດໄພ, ໝັ້ນຄົງ, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເວົ້າວ່າ ການຈັດຕັ້ງ ຊີເກມ 31 ປະສົບຜົນສຳເລັດຈະມີບົດບາດສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບຫວຽດນາມ ເທົ່ານັ້ນ ຫາກຍັງຕໍ່ພາກພື້ນອີກດ້ວຍ, ເມື່ອເປັນ ຄັ້ງທຳອິດພາຍຫຼັງສອງປີແຫ່ງການລະບາດຂອງພະຍາດນັກກິລາປະເທດຕ່າງໆຈຶ່ງມີໂອກາດແຂ່ງຂັນໂດຍກົງ ແລະຫວຽດນາມ ເປັນກຽດແມ່ນປະເທດເປັນເຈົ້າພາບຈັດຕັ້ງການແຂ່ງຂັນ. ເພາະສະນັ້ນ, EVNHANOI ແລະ EVNNPC ຕ້ອງກຳນົດວ່ານີ້ແມ່ນໜ້າທີ່ການເມືອງສຳຄັນ, ຕ້ອງມີຄວາມມານະພະຍາຍາມສູງສຸດ, ຮັບປະກັນສະໜອງໄຟຟ້າຢ່າງປອດໄຟ, ໝັ້ນຄົງ, ບໍ່ໃຫ້ລະເຫຼີງ, ປະໝາດ. ໃນຕະຫຼອດໄລຍະດຳເນີນຊີເກມ 31, ຂະແໜງໄຟຟ້າຕ້ອງຕິດຕາມສະພາບຕົວຈິງເພື່ອວາງມາດຕະການເຄື່ອນໄຫວລະບົບໄຟຟ້າຢ່າງປອດໄຟ.

ໂດຍ: ແສງເດືອນ