ກະກຽມຢ່າງລະອຽດລະອໍ

ໃນບັນຊີລາຍຊື່ໂຮງແຮມ ກວ່າ 10 ແຫ່ງທີ່ຮ່າໂນ້ຍ ຄັດເລືອກເພື່ອຮັບໃຊ້ບັນດາຄະນະແຂກເຂົ້າຮ່ວມ ຊີເກມ 31, ໂຮງແຮມ Grand Vista ຮ່າໂນ້ຍ ຢູ່ຖະໜົນ ຢາງຫວໍ, ເມືອງ ບາດິ່ງ, ໃກ້ກັບສະໜາມກິລາ ຮ່າງໄດ້, ສະຖານີລົດໄຟ Metro ກາດລິງ, ບັນດາສະຖານທີ່ວັດທະນະທໍາ, ທ່ອງທ່ຽວ, ປະຫວັດສາດ, ບັນດາສູນການຄ້າໃຫຍ່... ທ່ານ ບຸ່ຍແທງຕຸງ ຜູ້ອໍານວຍການບໍລິຫານໂຮງແຮມ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າກໍານົດ 3 ໜ້າທີ່ຕົ້ນຕໍ. ໃນນັ້ນ, ໂຮງແຮມປະຕິບັດວຽກງານຮັບປະກັນຄວາມປອດໄພທັງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນໄຟໄໝ້ດັບເພິງ, ຄວາມປອດໄພ ແລະສຸຂະອະນາໄມຂອງອາຫານ ແລະການປ້ອງກັນ, ຕ້ານພະຍາດ. ພວກຂ້າພະເຈົ້າໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງລະຫວ່າງຂະແໜງ ຄື ຕໍາຫຼວດ, ການແພດ, ການທ່ອງທ່ຽວ... ເພື່ອສົມທົບກັນ, ຮັບປະກັນບັນດາເງື່ອນໄຂດີທີ່ສຸດຮັບໃຊ້ບັນດາຄະນະແຂກມາພັກເຊົາ. ກ່ອນນີ້, ຮ່າໂນ້ຍ ໄດ້ຄັດເລືອກໂຮງແຮມເປັນບ່ອນຈຳກັດບໍລິເວນ ສະນັ້ນ ກົມກອງໄດ້ມີບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບປະກັບຄວາມປອດໄພໃຫ້ແກ່ບັນດາຄະນະນັກກິລາ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າກໍ່ຈັດຕັ້ງການກໍ່ສ້າງ, ແນະນໍາໃຫ້ພະລາກອນກ່ຽວກັບວິທີຮັບໃຊ້ຄະນະແຂກ ຊີເກມ 31”.

leftcenterrightdel
ພາບປະກອບຈາກ qdnd.vn.

ໂດຍແມ່ນໂຮງແຮມທີ່ມີບົດຮຽນໃນການຕ້ອນຮັບແຂກສາກົນຫຼາຍຄະນະທີ່ມີພື້ນຖານວັດທະນະທໍາແຕກຕ່າງກັນ, ໂຮງແຮມ ຮ່າໂນ້ຍ Daewoo ແລະ ໂຮງແຮມ Pan Pacific ຍາມໃດກໍ່ກຽມພ້ອມທີ່ຈະຕ້ອນຮັບແຂກສາກົນ. ພະລາກອນທຸກຄົນໄດ້ສັກວັກຊິນກັນໂຄວິດ-19 3 ເຂັມ. ບັນດາໂຮງແຮມໄດ້ຈັດແຕ່ລະເຂດສະເພາະ, ກະກຽມຕ້ອນຮັບແຂກເພື່ອຮັບປະກັນໃຫ້ບັນດາຄະນະກໍາມະການ, ນັກກິລາຂອງແຕ່ລະປະເທດມີບ່ອນພັກຜ່ອນ, ເມນຸອາຫານ, ເງື່ອນໄຂຝຶກແອບທີ່ເໝາະສົມ...

ສ້າງຄວາມປະທັບໃຈດີຕໍ່ແຂກ

ເພື່ອນ ຮວ່າງແທກຖາວ ຜູ້ເຮັດວຽກງານພິທີການຂອງໂຮງແຮມ Grand Vista ຮ່າໂນ້ຍ ຖືວ່າ ໄດ້ຕ້ອນຮັບບັນດາຄະນະແຂກເຂົ້າຮ່ວມ ຊີເກມ 31 ແມ່ນພາລະໃໝ່ ເຖິງວ່າ ຖາວ ໄດ້ມີບົດຮຽນຕ້ອນຮັບແຂກສາກົນມາຫຼາຍປີແລ້ວ. ຖາວ ໃຫ້ຮູ້ວ່າ “ຄາດຄະເນວ່າເມື່ອແຂກມາຫຼາຍຄະນະ, ໂຮງແຮມຈະແບ່ງເປັນ 3 ເຂດເພື່ອໃຫ້ຫົວໜ້າແຕ່ລະຄະນະ check-in ຕາມແຕ່ລະກຸ່ມສະເພາະ. ໂຮງແຮມມີຫຼາຍປະຕູເຂົ້າອອກ, ຫຼາຍຂັ້ນໄດໄຟຟ້າເພື່ອໃຫ້ແຂກໄປເຄື່ອນຍ້າຍຢ່າງໄວ, ສ້າງຄວາມສະດວກທີ່ສຸດ. ເນື່ອງໃນໂອກາດນີ້, ໂຮງແຮມກໍ່ກະກຽມໃບໂຄສະນາ, ແນະນໍາບັນດາ  tour, ສະຖານທີ່ທ່ອງທ່ຽວໃຫ້ແຂກສາກົນທີ່ມາລະດົມກໍາລັງໃຈ ຊີເກມ, ໃຫ້ບັນດານັກກິລາ, ກໍາມະການພາຍຫຼັງເວລາແຂ່ງຂັນ”.

ທ່ານ ເຈິ່ນຈຸງຫຽວ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນຮ່າໂນ້ຍ ແບ່ງປັນວ່າ “ຄາດວ່າ, ຊີເກມ 31 ຈະດຶງດູດນັກກິລາ, ຄູຝຶກ, ພະນັກງານ, ເຈົ້າໜ້າທີ່ທີ່ມາຈາກບັນດາປະເທດອາຊຽນ ເກືອບ 10.000 ຄົນເຂົ້າຮ່ວມ ແລະແຂກທ່ອງທ່ຽວຫຼາຍພັນຄົນມາຮ່າໂນ້ຍ ເພື່ອລະດົມກໍາລັງໃຈ, ຢ້ຽມຢາມທ່ອງທ່ຽວໃນໂອກາດນີ້. ສະນັ້ນ, ການກະກຽມເງື່ອນໄຂກິນຢູ່ໃຫ້ແຂກຢ່າງລອບຄອບຈະປະກອບສ່ວນສໍາຄັນເຂົ້າໃນການສ້າງພາບພົດທ່ອງທ່ຽວຫວຽດນາມ ແບບວິຊາຊີບ, ດູດດື່ມ, ສ້າງທ່າດຶ່ງດູດແຂກສາກົນພາຍຫຼັງພະຍາດໂຄວິດ-19”.

ທ່ານ Sunny Ghaiee ຮອງຜູ້ອໍານວຍການບໍລິຫານໂຮງແຮມ ຮ່າໂນ້ຍ Daewoo ໃຫ້ຮູ້ວ່າ “ອາດເວົ້າໄດ້ວ່າ ຊີເກມ 31 ແມ່ນເຫດການສໍາຄັນທີ່ສຸດຂອງຫວຽດນາມ ໃນປີນີ້. ຫວຽດນາມ ໄດ້ເປີດບໍລິການຕ້ອນຮັບແຂກສາກົນຢ່າງເປັນທາງການ. ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາໂຄສະນາຫວຽດນາມ, ປະເທດທີ່ປອດໄພ, ເປັນມິດເຖິງເພື່ອນມິດສາກົນ. ຮ່າໂນ້ຍ Daewoo ແມ່ນພາກສ່ວນໜຶ່ງຂອງຮ່າໂນ້ຍ ເວົ້າສະເພາະ, ຫວຽດນາມ ເວົ້າລວມ. ສໍາລັບເຫດການນີ້, ພວກຂ້າພະເຈົ້າຖືກໍາໄລແມ່ນບຸລິມະສິດທີສອງ. ແທນທີ່ນັ້ນ ພວກຂ້າພະເຈົ້າວາງເປົ້າໝາຍສ້າງການທ່ອງທ່ຽວຫວຽດນາມ ແບບວິຊາຊີບ, ເປັນມິດ, ຮັກແຂກແພງຄົນແມ່ນບຸລິມະສິດສູງສຸດ”.

ໂດຍ: ຈາງຫງວຽນ