ກ່າວຄໍາເຫັນທີ່ພິທີປຸກລະດົມ, ທ່ານ ເຈິ່ນຕວ໊ນແອັງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ຮັບຮູ້, ຕີລາຄາສູງບົດບາດ, ການປະກອບສ່ວນຂອງກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ອົງການຈັດຕັ້ງກຳມະບານໃນການສົມທົບກັບບັນດາກະຊວງ, ຂະແໜງການເປັນເສນາທິການ, ສະເໜີນະໂຍບາຍໜູນຊ່ວຍຢ່າງທັນການໃຫ້ແກ່ຜູ້ນໍາໃຊ້ແຮງງານ, ຜູ້ອອກແຮງງານ, ຟື້ນຟູຕະຫຼາດແຮງງານ, ແກ້ໄຂວຽກເຮັດງານທໍາ, ຮັບປະກັນຊີວິດສັງຄົມໃຫ້ແກ່ຜູ້ອອກແຮງງານໃນທົ່ວປະເທດ. ພ້ອມກັນນັ້ນສັງລວມບັນດາຂໍ້ຕິດຂັດ, ສິ່ງຄົງຄ້າງດ້ານນະໂຍບາຍ, ສະໜີຕໍ່ອົງການທີ່ມີສິດອໍານາດຂັ້ນຕ່າງໆ ແກ້ໄຂຢ່າງທັນການ, ປະກອບສ່ວນຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານ.

leftcenterrightdel
ການນໍາພັກ, ລັດ ປຸກລະດົມເດືອນກະທໍາກ່ຽວກັບຄວາມປອດໄພ, ສຸຂະອະນາໄມແຮງງານ ແລະເດືອນກໍາມະກອນ ປີ 2022. ພາບ: laodong.vn

ໃນລາຍການ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ປຸກລະດົມເດືອນກໍາມະກອນ ປີ 2022 ດ້ວຍຫົວຂໍ້ “ກໍາມະກອນຫວຽດນາມ: ນໍາໜ້າ, ປະດິດສ້າງ, ມີຄວາມຮັບຜິດຊອບ, ປອດໄພ, ປັບຕົວໃຫ້ເໝາະສົມ”. ໃນໂອກາດນີ້, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ 4 ໝູ່ຄະນະ ແລະບັນດາບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານຄວາມປອດໄພສຸຂະອະນາໄມແຮງງານໃນໄລຍະ 2017-2021.

ໂດຍ: ທູຈາງ