ລາຍການດັ່ງກ່າວນອນໃນຍຸດທະສາດກໍ່ສ້າງຊັບພະຍາກອນມະນຸດໜຸ່ມໃນຂົງເຂດເຕັກໂນໂລຢີ ເພື່ອເຂົ້າຮ່ວມບັນດາໂຄງການສໍາຄັນຂອງ Viettel, ປະກອບສ່ວນເຂົ້າໃນຍຸດທະສາດຫັນປ່ຽນດີຈີຕອນຂອງຊາດ.

leftcenterrightdel
ທ່ານ ຕ່າວດຶກຖັ໊ງ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ Viettel ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກງານ. ພາບ: qdnd.vn.

ຕາມທ່ານ ຕ່າວດຶກຖັ໊ງ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ Viettel ແລ້ວ: “Viettel ຍາມໃດກໍ່ຍົກສູງການພັດທະນາຖັນແຖວຊັບພະຍາກອນມະນຸດໜຸ່ມ ໃນຂົງເຂດເຕັກໂນໂລຢີໃຫ້ສັງຄົມ. ກຸ່ມບໍລິສັດຈະສ້າງເງື່ອນໄຂເພື່ອໃຫ້ນັກສຶກສາ ເຂົ້າເຖິງບັນດານັກຊ່ຽວຊານແຖວໜ້າໃນໂລກ ແລະບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດຂອງກຸ່ມບໍລິສັດ. ບັນດາໂຄງການໂດຍ Viettel ພວມພັດທະນາຢູ່ພາຍໃນ ແລະຕ່າງປະເທດ, ພ້ອມແລ້ວທີ່ຈະກາຍເປັນພື້ນຖານໃຫ້ຜົນສໍາເລັດຂອງພວກນ້ອງ”.

ໂດຍ: ທູຈາງ