ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນກ່ຽວກັບການສັກວັກຊິນ ແລະແມ່ນໜຶ່ງໃນຈຳນວນ 6 ປະເທດ ທີ່ມີອັດຕາການສັກວັກຊິນກັນພະຍາດໂຄວິດ-19 ສູງທີ່ສຸດໃນໂລກ.

ນັບແຕ່ການສັກວັກຊິນກັນພະຍາດໂຄວິດ-19 ເຂັມທໍາອິດທີ່ໄດ້ສັກໃຫ້ພະນັກງານຢູ່ດ່ານໜ້າປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢູ່ແຂວງຫາຍເຢືອງ ໃນຕອນເຊົ້າວັນທີ 8 ມີນາ 2021, ໄລ່ມາຮອດຕອນບ່າຍວັນທີ 14 ເມສາ 2022, ວັກຊິນກັນພະຍາດໂຄວິດ-19 ທີ່ສັກໃຫ້ປະຊາຊົນໃນທົ່ວປະເທດແມ່ນເກືອບ 209 ໂດສ. ອັດຕາການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ຜູ້ທີ່ຢູ່ໃນເກນອາຍຸ 18 ປີຂຶ້ນໄປຢູ່ປະເທດເຮົາ ເຂັມທີ 1 ແມ່ນ 100%, ເຂັມທີ 2 ແມ່ນ 99,8%, ເຂັມທີ 3 ແມ່ນ 50,2%. ຜູ້ທີ່ຢູ່ໃນເກນອາຍຸແຕ່ 12-17 ປີ, ເຂັມທີ 1 ແມ່ນ 99,8%, ເຂັມທີ 2 ແມ່ນ 95,1%. 

leftcenterrightdel
ສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກໍາມະກອນຢູ່ແຂວງຖ໊າຍບິ່ງ. ພາບ: ຖ໊າຍບິ່ງ.

ຫວຽດນາມ ກໍ່ຍູ້ແຮງການຜັນຂະຫຍາຍການສັກວັກຊິນເຂັມທີ 3 ຢູ່ບັນດາທ້ອງຖິ່ນ ແລະກະກຽມຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ເດັກໃນເກນອາຍຸແຕ່ 5 ປີ ຫາຕ່ຳກວ່າ 12 ປີ. ມາຮອດປະຈຸບັນ, ບັ້ນສັກວັກຊິນໃຫຍ່ທີ່ສຸດໃນປະຫວັດສາດ-ບັ້ນສັກວັກຊິນກັນພະຍາດໂຄວິດ-19 ໄດ້ລື່ນກາຍຄາດໝາຍວາງອອກ, ປະກອບສ່ວນຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ, ຮັກສາສຸຂະພາບ, ຊີວິດຂອງປະຊາຊົນ, ນໍາປະເທດກັບຄືນສູ່ການດຳລົງຊີວິດແບບປົກກະຕິໃໝ່... ຫວຽດນາມ ໄດ້ປະຕິບັດສຳເລັດຍຸດທະສາດວັກຊິນ “ຕາມຫຼັງ-ແລ້ວກ່ອນ” ດ້ວຍບັ້ນສັກວັກຊິນໃຫຍ່ທ່ີສຸດນັບແຕ່ກ່ອນມາຮອດປະຈຸບັນ, ກາຍເປັນໜຶ່ງໃນຈຳນວນ 6 ປະເທດ ທີ່ມີອັດຕາການສັກວັກຊິນສູງທີ່ສຸດໃນໂລກ. ຢັ້ງຢືນບົດບາດຂອງການສັກວັກຊິນກັນພະຍາດໂຄວິດ-19, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກວ່າ “ການສັກວັກຊິນກັນພະຍາດໂຄວິດ-19 ມາຮອດປະຈຸບັນຍັງມີປະສິດທິຜົນໃນການຫຼຸດຜ່ອນຈຳນວນຜູ້ເສຍຊີວິດ ແລະຜູ້ເຂົ້າໂຮງໝໍ, ນັບທັງສາຍພັນໃໝ່ Omicron”.

ວັກຊິນໄດ້ຢັ້ງຢືນວ່າ ແມ່ນອາວຸດຍຸດທະສາດ ແລະກໍ່ແມ່ນຜົນສຳເລັດຂອງຫວຽດນາມ- ໜຶ່ງໃນບັນດາປະເທດທີ່ມີອັດຕາການສັກວັກຊິນກັນພະຍາດໂຄວິດ-19 ສູງທີ່ສຸດໃນໂລກ. ຈຸດແຕກຕ່າງກັບບັນດາປະເທດແມ່ນຫວຽດນາມ ໄດ້ເອົາໃຈໃສ່ສັກວັກຊິນໃຫ້ກຸ່ມຄົນທີ່ມີຄວາມສ່ຽງກວ່າໝູ່, ໃນຂະນະທີ່ຫຼາຍປະເທດໄດ້ດຳເນີນການສັກວັກຊິນແລ້ວແຕ່ບໍ່ໄດ້ເອົາໃຈໃສ່ກຸ່ມຄົນເຫຼົ່ານີ້ (ຜູ້ອາຍຸສູງ, ຜູ້ມີພະຍາດປະຈຳຕົວ, ຄົນພິການ, ຜູ້ຖືພາ, ເດັກກຳພ້າ, ຊົນເຜົ່າສ່ວນໜ້ອຍ, ກຸ່ມແຮງງານເຄື່ອນຍ້າຍຢູ່ຕາມຕົວເມືອງຕ່າງໆ...). ຈຳນວນຜູ້ຕິດພະຍາດ, ຜູ້ເສຍຊີວິດຢູ່ບັນດາແຂວງ, ນະຄອນກໍ່ມີທ່າອ່ຽງຫຼຸດລົງໃນແຕ່ລະວັນ, ຈຳນວນຜູ້ຕິດພະຍາດໂຄວິດ-19 ລາຍໃໝ່ໃນແຕ່ລະວັນ 150.000 ລາຍຫຼຸດລົງຍັງບໍ່ເກີນ 50.000 ລາຍ; ຈໍານວນຜູ້ເສຍຊີວິດໃນມື້ໜຶ່ງ  50 ຄົນ ໄດ້ຫຼຸດລົງຍັງ 30 ຄົນ. ອັດຕາຜູ້ເສຍຊີວິດ/ຜູ້ຕິດພະຍາດໂຄວິດ-19 ໃນ 30 ວັນຜ່ານມາໄດ້ຫຼຸດລົງແຮງແຕ່ 0,13% ໃນເດືອນຜ່ານມາຍັງເຫຼືອ 0,03% ໃນເດືອນນີ້.

ສາມາດເຫັນໄດ້ຢ່າງຈະແຈ້ງວ່າ ການເລືອກເອົາເປົ້າໝາຍເພື່ອສັກວັກຊິນຂອງຫວຽດນາມ ແມ່ນເໝາະສົມ ແລະມີປະສິດທິຜົນ; ກຳລັງຄວາມສາມາດດ້ານການແພດຂອງຫວຽດນາມ ຄ່ອຍໆຍົກສູງຂຶ້ນ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ເປັນຢ່າງດີກວ່າ; ການຫັນສະພາບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.  ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ກວ່າ 231 ລ້ານໂດສ.

ຈໍານວນວັກຊິນນີ້, ຫວຽດນາມ ສາມາດສັກໃຫ້ຜູ້ທີ່ຢູ່ໃນເກນອາຍຸແຕ່ 12 ປີຂຶ້ນໄປຄົບເຂັມທີ 1, ເຂັມທີ2 ແລະເປີດກວ້າງເປົ້າໝາຍ ເພື່ອສັກໃຫ້ເດັກນ້ອຍ, ໂດສເພີ່ມເຕີ່ມ ແລະເຂັມທີ 3 ໃຫ້ເປົ້າໝາຍແຕ່ 18 ປີຂຶ້ນໄປ. ການຜັນຂະຫຍາຍສັກວັກຊິນໃຫ້ເດັກນ້ອຍແຕ່ 5 ປີ ຫາຕຕ່ຳກວ່າ 12 ປີ, ຕາມກະຊວງສາທາລະນະສຸກ ແລ້ວ, ມາຮອດປະຈຸບັນ, ມີ 53 ປະເທດທີ່ມີແຜນການ/ຜັນຂະຫຍາຍການສັກວັກຊິນໃຫ້ເດັກທີ່ມີອາຍຸບໍ່ເກີນ 12 ປີ. ການສັກວັກຊິນໃຫ້ເດັກຢູ່ບັນດາປະເທດ ໄດ້ຜັນຂະຫຍາຍແຕກຕ່າງກັນ. ຫຼາຍປະເທດ, ໃນນ້ັນມີບັນດາປະເທດຢູ່ສະຫະພາບເອີລົບ, ອາເມລິກາ ຜັນຂະຫຍາຍການສັກວັກຊິນໃຫ້ເດັກນ້ອຍມີອາຍຸແຕ່ 5 ປີຫາຕ່ຳກວ່າ 12 ປີ. ບັນດາປະເທດຕົ້ນຕໍແມ່ນໄດ້ນຳໃຊ້ວັກຊິນ Pfizer ສັກໃຫ້ເດັກທີ່ມີອາຍຸແຕ່ 5 ປີຫາຕ່ຳກວ່າ 12 ປີ, ວັກຊິນ Moderna ສັກໃຫ້ເດັກທີ່ມີອາຍຸແຕ່ 6 ປີ ຫາຕ່ຳກວ່າ 12 ປີ... ດ້ວຍບັນດາແຫຼ່ງວັກຊິນທີ່ໄດ້ຮັບຈາກການອຸປະຖຳ ແລະການຈັດຊື້, ການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ເດັກທີ່ມີອາຍຸແຕ່ 5 ປີຫາຕ່ຳກວ່າ 12 ປີ ຄາດຄະເນວ່າຈະສຳເລັດໃນໄຕມາດທີ II-2022.

ໂດຍ: ແສງເດືອນ