ປີຜ່ານມາ, ມູນຄ່າເຄື່ອງໝາຍການຄ້າ Viettel ເພີ່ມຂຶ້ນ 32 ຂັ້ນ ດ້ວຍມູນຄ່າ 6,061 ຕື້ໂດລາສະຫະລັດ, ຢືນອັນດັບທີ 325 ທົ່ວໂລກ ແລະເປັນຄັ້ງທີ 6 ຕິດຕໍ່ກັນທີ່ Viettel ຢືນອັນດັບທີ 1 ໃນທອັບ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຢູ່ຫວຽດນາມ. ນອກຈາກນີ້ Viettel ກໍ່ສືບຕໍ່ໄດ້ຮັບການເຊີດຊູແມ່ນເປັນບ່ອນເຮັດວຽກດີທີ່ສຸດຢູ່ຫວຽດນາມ ໃນຂົງເຂດເຕັກໂນໂລຢີຮາດແວ, ໂຄງລ່າງ, ໂທລະຄົມມະນາຄົມ.

leftcenterrightdel
ການນໍາກຸ່ມບໍລິສັດ Viettel ມອບ tablet ໃຫ້ນັກຮຽນທີ່ປະສົບຄວາມຫຍຸ້ງຍາກ. ພາບຖ່າຍເມື່ອເດືອນທັນວາ 2021.

ຢູ່ຫວຽດນາມ, Viettel ຍັງຮັກສາທີ່ຕັ້ງນໍາໜ້າ ແລະເປັນບໍລິສັດເຄືອຂ່າຍທີ່ມີຄຸນນະພາບດີທີ່ສຸດຢູ່ຫວຽດນາມ. ມາຮອດປັດຈຸບັນ, Viettel ແມ່ນບໍລິສັດກະຈາຍຄືນ 5G ໃຫຍ່ສຸດດ້ວຍ 150 ສະຖານີຢູ່ທີ່ 16 ແຂວງ, ນະຄອນ...

ບັນດາອົງການຈັດຕັ້ງສາກົນຮັບຮູ້ວ່າ Viettel ແມ່ນວິສາຫະກິດເຕັກໂນໂລຢີທີ່ມີຈໍານວນໃບລົງທະບຽນ ແລະຈໍານວນໃບຢັ້ງຢືນ ເຊິ່ງແຕ່ລະປະເທດອອກໃຫ້ຫຼາຍທີ່ສຸດຢູ່ຫວຽດນາມ (ໃບລົງທະບຽນ 386 ສະບັບ, ອອກໃຫ້ແລ້ວ 51 ສະບັບ), ໃນນັ້ນມີໃບຢັ້ງຢືນລິຂະສິດປະດິດສ້າງທີ່ໄດ້ອອກຢູ່ອາເມລິກາ ແມ່ນ 9 ສະບັບ. Viettel ກໍ່ໄດ້ຮັບຮອງເປັນວິສາຫະກິດຫວຽດນາມ ທີ່ມີອິດທິພົນທີ່ສຸດກ່ຽວກັບການປ່ຽນແປງໃໝ່ປະດິດສ້າງໃນປີ 2021 ຢູ່ພາກພື້ນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້.

ປີ 2022 ແມ່ນປີທີ່ມີຄວາມໝາຍສໍາຄັນ, ສ້າງພື້ນຖານເພື່ອປະຕິບັດບັນດາເປົ້າໝາຍຂອງຍຸດທະສາດພັດທະນາຂອງ Viettel 5 ປີ ໄລຍະ 2021-2025. Viettel ສືບຕໍ່ວາງເປົ້າໝາຍເຕີບໂຕສູງ, ສຸມໃສ່ກໍ່ສ້າງໂຄງລ່າງດີຈີຕອນ, ພື້ນຖານດີຈີຕອນ, ປະຕິບັດສໍາເລັດການຄົ້ນຄວ້າ, ຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ, ຍົກອອກການດໍາເນີນທຸລະກິດຢູ່ຕະຫຼາດ.

ໂດຍ: ໄຊຊະນະ