ຈາກການກໍ່ສ້າງລວມສູນ ແລະທາງອອນລາຍ...

ໂດຍຕັ້ງຢູ່ແທກຮວ່າ, ແທກເທິດ, ຮ່າໂນ້ຍ, ດ້ວຍເນື້ອທີ່ກວ່າ 18 ເຮັກຕາ, ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ມີຕົ້ນໄມ້ຫຼາຍຕົ້ນ ແລະໜອງນໍ້າ, ເບິ່ງທາງນອກສະຖາບັນ Viettel ເໝືອນດັ່ງເຂດພັກຜ່ອນຢ່ອນອາລົມ. ສະຖາບັນດັ່ງກ່າວຢູ່ໃນທອັບ 12 ຮາກຖານກໍ່ສ້າງສວຍງາມທີ່ສຸດໃນໂລກ ໂດຍສະມາຄົມສະຖາປະນິກໂລກເລືອກເຟັ້ນ. ແຕ່ຈຸດພົ້ນເດັ່ນຢູ່ທີ່ນີ້ແມ່ນ “ຄຸນທາດທະຫານ” ໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ Viettel.

Viettel ກໍານົດວ່າ ພຽງແຕ່ມີຫົວຄິດປະດິດສ້າງ ແລະຄວາມແຕກຕ່າງເທົ່ານັ້ນຈຶ່ງສາມາດມີໂອກາດແກ່ງແຍ້ງ ແລະພັດທະນາຕໍ່ບັນດາຄູ່ແຂ່ງໃຫຍ່ໄດ້. ພາຍຫຼັງ 2 ປີແຫ່ງການເຂົ້າສູ່ຕະຫຼາດໂທລະຄົມມືຖື, ປີ 2006 Viettel ໄດ້ສ້າງຕັ້ງສູນກໍ່ສ້າງ (ຕົ້ນກໍາເນີດຂອງສະຖາບັນ Viettel) ເພື່ອກໍ່ສ້າງ, ບຳລຸງສີມືແຮງງານໃຫ້ຖັນແຖວພະນັກງານ, ບຸກຄະລາກອນທີ່ຫຼັກແຫຼ່ງ, ຂະຫຍາຍ “ພື້ນຖານໂຄງລ່າງເຄືອຂ່າຍອອກທົ່ວປະເທດ ແລະບືນຕົວອອກສູ່ໂລກ” ດ້ວຍຄວາມປາຖະໜາຢາກໃຫ້ Viettel ກາຍເປັນວິສາຫະກິດໂທລະຄົມໃຫຍ່ທີ່ສຸດຢູ່ຫວຽດນາມ ໂດຍໄວ.

leftcenterrightdel
ທ່ານພັນໂທ ປອ ບຸ່ຍກວາງຕວຽນ ບັນຍາຍກ່ຽວກັບການຫັນປ່ຽນວິສາຫະກິດເປັນດີຈີຕອນ. ພາບ: ຮ່າເຟືອງ

ຈາກພຶດຕິກຳຕົວຈິງ, Viettel ສາມາດສະຫລຸບໄດ້ 1 ໃນ 8 ຄຸນຄ່າວັດທະນະທຳຫຼັກແມ່ນ “ມູນເຊື້ອ ແລະວິທີເປັນທະຫານ”. ນັ້ນແມ່ນຄວາມສາມັກຄີປະດິດສ້າງ, ຄຳສັ່ງ, ລະບຽບວິໄນ, ກົດລະບຽບ, ແບບແຜນການທະຫານ, ເຮັດວຽກໄວ, ພະນັກງານ, ນັກຮົບເປັນຈິດໜຶ່ງໃຈດຽວ; ຍູ້ແຮງວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງບໍລິເວນລົງສູ່ຕາແສງ, ບ້ານ.

ເຖິງຢ່າງໃດກໍ່ຕາມ, ເຮັດແນວໃດເພື່ອຈັດຕັ້ງບັນດາຫ້ອງຮຽນໃຫ້ພະນັກງານ, ພາລະກອນ Viettel ກວ່າ 50.000 ຄົນໃນທົ່ວໂລກ, ເຮັດແນວໃດເພື່ອໃຫ້ທຸກຄົນຮັບຮູ້ໄດ້ວ່າ ການຮ່ຳຮຽນແມ່ນສຳຄັນ? ປທ ເລທິທູເຮືອງ, ຫົວໜ້າພະແນກກໍ່ສ້າງພະນັກງານຄຸ້ມຄອງສະຖາບັນ Viettel ໃຫ້ຮູ້ວ່າ: “ດ້ວຍຍຸດທະສາດພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງກຸ່ມບໍລິສັດ, ນັບແຕ່ປີ 2010, ສະຖາບັນໄດ້ສົມທົບການກໍ່ສ້າງລວມສູນ ແລະທາງອອນລາຍ E-learning.  ວິທີການ ນີ້ແກ້ໄຂໄດ້ບັນຫາ, ຈຳນວນນັກຮຽນຫຼາຍຄົນ ແລະຢູ່ກະແຈກກະຈາຍ.

 ...ເຖິງຮູບແບບ "ອົງການຮໍ່າຮຽນ"

ທ່ານພັນໂທ ປອ ບຸ່ຍກວາງຕວຽນ, ຜູ້ອໍານວຍການສະຖາບັນ Viettel ໃຫ້ຮູ້ວ່າ: “ໃນຊຸມປີຜ່ານມາ, ສະຖາບັນໄດ້ກໍ່ສ້າງ ແລະໝູນໃຊ້ຮູບແບບ “ອົງການຮໍ່າຮຽນ” ດ້ວຍ 4 ປັດໄຈ ຄື: ບົດບາດຂອງຜູ້ນໍາ ແລະຜູ້ບັນຊາການ; ລະບົບຂັ້ນຕອນ,  ຂໍ້ກຳນົດ, ກົດລະບຽບການກໍ່ສ້າງ; ເນື້ອໃນ, ລາຍການກໍ່ສ້າງ; ໝູນໃຊ້ການຫັນປ່ຽນດີຈີຕອນ”. ສະຖາບັນ Viettel ໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍການສ້າງສາງພູມປັນຍາກໍ່ສ້າງດ້ວຍຫຼາຍພັນເນື້ອໃນຫັນເປັນດີຈີຕອນຕາມທິດ “ຕາບ-ຕັດຫຍິບ- ຜະລິດໃນເວລາດຽວກັນ”.

"ຕາບ" ແມ່ນກໍ່ສ້າງ, ເສີມຄວາມຮູ້ ແລະທັກສະກ່ຽວກັບການຄຸ້ມຄອງ, ເຕັກນິກ ແລະດໍາເນີນທຸລະກິດທີ່ຂາດແຄນຍ້ອນການປ່ຽນແປງ ແລະການພັດທະນາຂອງຕະຫຼາດ. “ຕັດຫຍິບ” ແມ່ນບັນດາຄວາມຮູ້ ແລະທັກສະເລິກເຊິ່ງກວ່າທີ່ຕ້ອງການກໍ່ສ້າງເພີ່ມເຕີມໃຫ້ແຕ່ລະກຸ່ມເປົ້າໝາຍສະເພາະ. ສ່ວນ "ການຜະລິດໃນເວລາດຽວກັນ" ແມ່ນເນື້ອໃນທົ່ວໄປ, ຜັນຂະຫຍາຍພ້ອມກັນ, ຄື: ວັດທະນະທໍາຂອງວິສາຫະກິດ, ທັກສະພື້ນຖານ, ຄວາມຮູ້ການທະຫານ, ການຫັນປ່ຽນຍຸດທະສາດ, ການຫັນປ່ຽນດີຈີຕອນ.

leftcenterrightdel
ສະຖາບັນ Viettel. ພາບ: ຮ່າເຟືອງ

ນັບແຕ່ປີ 2019 ເປັນຕົ້ນມາຮູບແບບ "ອົງການຮໍ່າຮຽນ" ໄດ້ຮັບການແບ່ງປັນຢູ່ທີ່ກອງປະຊຸມສໍາມະນາກັບຫຼາຍອົງການຈັດຕັ້ງ, ວິສາຫະກິດ, ໂຮງຮຽນທັງພາຍໃນ ແລະຕ່າງປະເທດ. ຕາມທ່ານ ຮສຈ ປອ ບຸ່ຍແອງຕວນ, ອະທິການບໍດີມະຫາວິທະຍາໄລການຄ້າຕ່າງປະເທດ ແລ້ວ, ຮູບແບບ “ອົງການຮ່ຳຮຽນ” ບໍ່ພຽງແຕ່ມີຄວາມໝາຍໃນການກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດຂອງ Viettel ເທົ່ານັ້ນ, ຫາກຍັງສາມາດໃຫ້ວິສາຫະກິດອື່ນນຳໃຊ້ອີກດ້ວຍ. ການແຜ່ຂະຫຍາຍຮູບແບບດັ່ງກ່າວຈະຊ່ວຍໃຫ້ວຽກງານກໍ່ສ້າງບຸກຄະລາກອນຂອງວິສາຫະກິດບັນລຸປະສິດທິຜົນກວ່າອີກ. ມະຫາວິທະຍາໄລການຄ້າຕ່າງປະເທດ ໄດ້ຮ່ວມເດີນທາງກັບສະຖາບັນ Viettel ກໍ່ສ້າງ, ແບ່ງປັນ ແລະພັດທະນາຮູບແບບນີ້.

ເພື່ອໃຫ້ຮູບແບບນີ້ປະກົດຜົນເປັນຈິງ, ສະຖາບັນໄດ້ວາງອອກບັນດາເຄື່ອງມືຫັນປ່ຽນດິີຈີຕອນຄື: ແຜນການຮຽນຮູ້ສ່ວນບຸກຄົນ (ILP); ເຄື່ອງມືຄຸ້ມຄອງຫຼັງການກໍ່ສ້າງ (ATM)... ໂດຍສະເພາະແມ່ນຮູບແບບ "By Day Learning" - ຮັກສາການຮໍ່າຮຽນປະຈໍາວັນ.

ປະຈຸບັນ, ເຖິງວ່າວິສາຫະກິດໄດ້ມີຊັບພະຍາກອນມະນຸດດີເລີດແລ້ວກໍ່ຕາມ, ແຕ່ຍັງຕ້ອງ “ຮໍ່າຮຽນຕະຫຼອດຊີວິດ - ຮ່ຳຮຽນໃຫ້ທັນເວລາ” ເພື່ອເປັນເຈົ້າການພັດທະນາ “ແຫຼ່ງທຶນ” ຊັບພະຍາກອນມະນຸດ. ການຫັນເປັນດີຈີຕອນໃນກໍ່ສ້າງແມ່ນວິທີການເພື່ອຊ່ວຍໃຫ້ທຸກຄົນໄດ້ຮໍ່າຮຽນໃນທຸກເວລາ, ທຸກແຫ່ງ, ມຸ່ງໄປເຖິງການສ້າງ "ອົງການຮໍ່າຮຽນ", "ຫົວໜ່ວຍຮໍ່າຮຽນ", "ສັງຄົມຮໍ່າຮຽນ".

ໂດຍ: ທະນາພອນ